ລົດເມນະຄອນຫຼວງພ້ອມແລ້ວ ຈະເປີດບໍລິການຄືນໃນມື້ອື່ນ!!!

ລັດວິສາຫະກິດລົດເມນະຄອນຫຼວງ ຈະເປີດບໍລິການເກືອບທຸກເສັ້ນທາງຢູ່ນະຄອນຫຼວງ ໃນມື້ອື່ນ,​ ພາຍຫຼັງທີ່ໄດ້ເປີດບໍລິການ 3 ເສັ້ນທາງ ລວມມີ​ຕະຫຼາດເຊົ້າ-ນ້ຳຊວງ,​ ຕະຫຼາດເຊົ້າ-ເພຍລາດ ແລະ ຕະຫຼາດເຊົ້າ-ເມືອງສັງທອງ ໃນວັນອັງຄານ ທີ່ຜ່ານມາ.

ທ່ານ​ ບົວພາ ເພັດວິໄຊ ຮອງອຳນວຍການ ລັດວິສາຫະກິດລົດເມນະຄອນຫຼວງ ໄດ້ໃຫ້ສຳພາດວ່າ ນອກຈາກເສັ້ນທາງແຕ່ ລາວ-ໄອເຕັກ ຫາ ສະໜາມບິນສາກົນວັດໄຕ,​ ເສັ້ນທາງ ຫາ ຕະຫາດຊັນຈຽງ​ ແລະ​ ເສັ້ນທາງອອກຕ່າງແຂວງແລ້ວ​ ພວກເຮົາແມ່ນຈະໄດ້ເປີດຄືນທັງໝົດ.​ ທັງນີ້,​ ພວກເຮົາໄດ້ຫຼຸດຈຳນວນຖ້ຽວ ລວມທັງຈໍານວນລົດເມ ທີ່ໃຫ້ບໍລິການແຕ່ລະເສັ້ນທາງລົງເພື່ອໃຫ້ແທດເໜາະກັບຈຳນວນຜູ້ໂດຍສານ.

ທ່ານ​ ບົວພາ ເພັດວິໄຊ ກ່າວຕື່ມວ່າ ເສັ້ນທາງຕະຫຼາດເຊົ້າ ຫາ ບ້ານທ່າເດື່ອ ທີ່ຜ່ານຂົວມິດຕະພາບລາວ-ໄທແຫ່ງທີ 1 ແມ່ນພວກເຮົາຈະຫຼຸດຈຳນວນລົດເມ ຈາກ 10 ຄັນ​ ຫຼື​ 46 ຖ້ຽວຕໍ່ມື້ ໃຫ້ເຫຼືອພຽງ ລົດເມ 2 ຄັນ​ ຫຼື ປະມານ 10 ຖ້ຽວຕໍ່ມື້. ໃນໄລຍະນີ້ແມ່ນເປັນໄລຍະທົດລອງຜູ້ໂດຍສານ ເພາະຖ້າຈຳນວນຜູ້ໂດຍສານໃນເສັ້ນທາງນັ້ນໆຫາກມີຫຼາຍ ພວກເຮົາກໍ່ຈະເພີ່ມຖ້ຽວລົດຂຶ້ນ ເພື່ອໃຫ້ແທດເໝາະກັບຕົວຈິງ.

ລັດວິສາຫະກິດລົດເມນະຄອນຫຼວງ​ ແມ່ນໄດ້ໂຈະການໃຫ້ບໍລິການພາຍໃນປະເທດຕັ້ງແຕ່ວັນທີ 30 ມີນາ 2020​ ຫຼັງຈາກຢຸດໃຫ້ບໍລິການຊົ່ວຄາວເສັ້ນທາງໄປຕ່າງປະເທດ ຕັ້ງແຕ່ວັນທີ 23 ​ມີນາ 2020.​ ປະຈຸບັນເສັ້ນທາງໄປຕ່າງແຂວງ ແລະ ເສັ້ນທາງໄປຕ່າງປະເທດ ແມ່ນຍັງບໍ່ທັນເປີດໃຫ້ບໍລິການເທື່ອ.

ຂ່າວ: ສຸກສະໄໝ

ພາບ: Lao Youth Radio