ຄວາມທຸກຍາກ ຂອງປະຊາຊົນລາວ ຈະເພີ່ມຂຶ້ນ 1,4 ຫາ 3,1% ໃນປີ 2020

ອີງຕາມຂໍ້ມູນຈາກທັງ ສະຖາບັນສະຖິຕິແຫ່ງຊາດລາວ ແລະ ທະນາຄານໂລກ ເສດຖະກິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເປັນສິ່ງທ້າທາຍທີ່ໃຫຍ່ຫຼວງໃຫ້ແກ່ຄວາມພະຍາຍາມໃນການລຶບລ້າງຄວາມທຸກຍາກຢູ່ ສປປ ລາວ, ການແພ່ລະບາດຂອງພະຍາດ ໄດ້ນໍາມາເຊິ່ງປະກົດການຕໍ່ການຈ້າງງານທີ່ບໍ່ເພິງປະສົງ, ສ້າງຄວາມກົດດັນໃຫ້ແກ່ຕະຫຼາດແຮງງານທີ່ອ່ອນແອຢູ່ແລ້ວ. ໃນຂະນະດຽວກັນ, ແຮງງານທີ່ກັບມາຈາກຕ່າງປະເທດ ໂດຍສະເພາະຈາກປະເທດໄທ ໄດ້ເຮັດໃຫ້ການສົ່ງເງິນມາຈາກຕ່າງປະເທດຫຼຸດລົງ.

ບົດລາຍງານການປະເມີນຄວາມທຸກຍາກ 2020 ໄດ້ມີການປະເມີນໃຫ້ຮູ້ວ່າ ຄວາມທຸກຍາກຈະເພີ່ມຂຶ້ນ 1,4 ຫາ 3,1% ໃນປີ 2020, ເມື່ອທຽບກັບ 0,6%ທີ່ຄາດວ່າຫຼຸດລົງໃຫ້ໄດ້ ຖ້າບໍ່ມີໂຄວິດ-19. ດ້ວຍຄວາມທ້າທາຍດັ່ງກ່າວ ຈະໄດ້ມີການສ້າງມາດຕະການຕ່າງໆ ໂດຍເລັ່ງໃສ່ກຸ່ມເປົ້າໝາຍຕ່າງໆສຳລັບຜູ້ທຸກຍາກ ເຊິ່ງຈຳເປັນຕ້ອງເຮັດເພື່ອຟື້ນຟູສະພາບການຫຼຸດຜ່ອນຄວາມທຸກຍາກໃນ ສປປ ລາວ.

ຂໍ້ມູນຈາກ: ບົດຂ່າວກອງປະຊຸມເຜີຍແຜ່ບົດລາຍງານຄວາມທຸກຍາກຂອງ ສປປ ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສະຖິຕິໂລກ, ວັນທີ 20 ຕຸລາ 2020 ຄົບຮອບ 10 ປີ.