ໄຟຟ້າລາວ ຄວນພິຈາລະນາ ຄ່າໄຟຟ້າໃໝ່ ເພາະ ນະໂຍບາຍບໍ່ສອດຄ່ອງກັບລາຍຮັບ ແລະ ຄວາມຈໍາເປັນ ທີ່ຕ້ອງໃຊ້ໄຟຟ້າ ຕົວຈິງ

ທ່ານ ເຄນ ເທບ​ວົງ­ສາ ຜູ້​ຊ່ວຍ​ຜູ້­ອຳ­ນວຍ­ການ​ໃຫຍ່ ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ຫົວ­ໜ້າ​ຝ່າຍ​ປະ­ຕິ­ບັດ​ການ​ໄຟ­ຟ້າ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ສຳ­ພາດ​ໃນ​ວັນ​ທີ 14 ພຶດ­ສະ­ພາ 2020 ວ່າ: ເພື່ອ​ປະ­ຕິ­ບັດ​ຕາມ​ຂໍ້​ຕົກ­ລົງ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສະ­ບັບ​ເລກ​ທີ 31/ນຍ ລົງ​ວັນ​ທີ 02 ເມ­ສາ 2020 ວ່າ​ດ້ວຍ​ການ​ກຳ­ນົດ​ນະ­ໂຍ­ບາຍ ແລະ ມາດ​ຕະ­ການ​ເພື່ອ​ຫຼຸດ­ຜ່ອນ​ຜົນ​ກະ­ທົບ​ຈາກ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19

ຕໍ່​ສະ­ພາບ​ເສດ­ຖະ­ກິດ​ຂອງ ສປປ ລາວ ໃຫ້​ຄົ້ນ­ຄວ້າ​ຜ່ອນ­ຜັນ​ລາ­ຄາ ແລະ ຕໍ່​ເວ­ລາ​ໃນ​ການ​ຊຳ­ລະ​ຄ່າ​ໄຟ ແລະ ນ້ຳ​ປະ­ປາ ຂອງ​ຜູ້​ຊົມ­ໃຊ້​ຄົວ​ເຮືອນ ແລະ ພາກ​ທຸ­ລະ​ກິດ ພາຍ­ຫຼັງ​ໄດ້​ຮັບ​ຂໍ້​ຕົກ­ລົງ ດັ່ງ­ກ່າວ ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ໄດ້​ຄົ້ນ­ຄວ້າ ແລະ ຮີບ​ຮ້ອນ​ສົມ­ທົບ​ກັບ​ໜ່ວຍ​ງານ​ສະ­ເພາະ​ກິດ​ຂອງ​ລັດ­ຖະ­ບານ

ທີ່​ຄົ້ນ­ຄວ້າ​ນະ­ໂຍ­ບາຍ​ທີ່​ຕິດ​ພັນ​ກັບ​ພາກ​ປະ­ຊາ­ຊົນ ແລະ ສັງ­ຄົມ ເພື່ອ​ຄົ້ນ­ຄວ້າ​ນະ­ໂຍ­ບາຍ​ກ່ຽວ​ກັບ​ການ​ຫຼຸດ​ຄ່າ​ກະ­ແສ​ໄຟ­ຟ້າ ເພື່ອ​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ຊ່ວຍ­ເຫຼືອ​ພໍ່​ແມ່​ປະ­ຊາ­ຊົນ ພະ­ນັກ­ງານ ລັດ­ຖະ­ກອນ ທະ­ຫານ ຕຳ­ຫຼວດ ແລະ ພາກ​ທຸ­ລະ​ກິດ​ໃນ​ໄລ­ຍະ​ວິ​ກິດ​ຂອງ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19.

ຜ່ານການຄົ້ນ­ຄວ້າຢ່າງເລິກ­ເຊິ່ງ ກະ­ຊວງພະ­ລັງ­ງານ ແລະ ບໍ່ແຮ່ ກໍໄດ້ຕົກ­ລົງເຫັນດີກ່ຽວກັບປະ­ຕິ­ບັດນະ­ໂຍ­ບາຍຫຼຸດຄ່າໄຟ ໄດ້ອອກແຈ້ງການສະ­ບັບເລກທີ 438/ພບ ລົງວັນທີ 08 ເມ­ສາ 2020 ເຖິງລັດວິສາຫະກິດໄຟ­ຟ້າລາວ ໃນການປະ­ຕິ­ບັດໂຄງສ້າງລາ­ຄາໄຟ­ຟ້າໃໝ່ ແຕ່ 2020 ຫາ ປີ 2025 ໂດຍໃຫ້ເລີ່ມປະ­ຕິ­ບັດນັບແຕ່ເດືອນພຶດ­ສະ­ພາ 2020 ເປັນ­ຕົ້ນໄປ (ໝາຍຄວາມວ່າ ບິນຄ່າໄຟເດືອພຶດ­ສະ­ພາ ແມ່ນ ພະ­ລັງ­ງານຂອງເດືອນເມ­ສາ)

ຈາກການຊີ້ແຈງຂ້າງເທີງນັ້ນ ເຫັນວ່າ ມາດຕະການ ປ່ຽນລາຄາໄຟຟ້າ ມາເປັນຫົວໜ່ວຍດຽວ ສໍາລັບຄົວເຮືອນ ນັ້ນແມ່ນຍັງແພງ ແລະ ບໍ່ສອດຄອງກັບລາຍ ຮັບ ແລະ ປະລິມານຄວາມຈໍາເປັນ ທີ່ຕ້ອງການໃຊ້ໄຟຟ້າ ໃນປະຈຸບັນ ດ້ວຍເຫັນຜົນດັ່ງນີ້

  1. ນະໂຍບາຍ ໃຫ້ໃຊ້ໄຟບໍ່ເກີນ 150 ກິໂລວັດໂມງ ທີ່ມີຕົວຄູນ 355 ເຫັນວ່າ, ປະລິມານໄຟແມ່ນໜ້ອຍຫຼາຍ ແລະ ບໍ່ສອດຄ່ອງກັບຄວາມຈໍາເປັນ ທີ່ຕ້ອງໃຊ້ໄຟຟ້າ ໂດຍສະເພາະ ປະເທດລາວ ທີ່ຢູ່ເຂດ ຮ້ອນ ທີ່ເຫັນ ຈໍາເປັນຕ້ອງໃຊ້ໄຟຟ້າຫຼາຍ ບໍ່ວ່າຈະເປັນການໃຊ້ ແອ, ຕູ້ເຢັນ, ພັດລົມ. ເພາະສະນັ້ນ, ນະໂຍບາຍທີ່ຈະເກື້ອກູນ ປະຊາຊົນ ໂດຍສ່ວນໃຫຍ່ ນັ້ນເຫັນວ່າ ບໍ່ສອດຄ່ອງ ເພາະ ແຕ່ລະຄົວເຮືອນ ແມ່ນໃຊ້ກາຍ 150 ກິໂລວັດໂມງ ແນ່ນອນ. ແລະ ໂດຍສ່ວນໃຫຍ່ ແມ່ນຈະໃຊ້ຢູ່ລະຫວ່າງ 200-600 ກິໂລວັດໂມງ. ເພາະສະນັ້ນ, ຫາກຢາກຈະຊ່ວຍປະຊາຊົນ ແທ້ໆ ກໍ່ຄວນ ກໍານົດ ໃຫ້ເໝາະສົມ.
  2. ລາຄາຄ່າໄຟຟ້າ 710 ກີບ ຕໍ່ກິໂລວັດໂມງ ແມ່ນ ຈະກະທົບ ໂດຍກົງ ແກ່ປະຊາຊົນ ໂດຍສ່ວນໃຫຍ່ ທີ່ໃຊ້ໄຟຟ້າຫຼຸດ 500 ກິໂລວັດໂມງລົງມາ ຫາ 151 ເພາະວ່າ ບໍ່ໄດ້ຮັບສ່ວນຫຼຸດ ຄືກັບ ຜູ່ທີ່ໃຊ້ ໜ້ອຍກວ່າ 150. ດັ່ງນັ້ນ, ຈະເຫັນວ່າ ຄ່າໄຟຟ້າ ຈະແພງກວ່າ ການຄິດໄລ່ແບບເກົ່າ. ເພາະສະນັ້ນ, ລັດວິສາຫະກິດ ໄຟຟ້າ ຄວນພິຈາລະນາ ຫຼຸດຄ່າໄຟຟ້າ ໃຫ້ຜູ່ຊົມໃຊ້ໄຟຟ້າ ແຕ່ 151-500 ໂດຍການຄິດໄລ່ ໃຫ້ຖືກລົງກວ່າ 710, ຄໍາແນະນໍາແມ່ນຄວນຢູ່ ຫຼຸດປະມານ 25-40% ຂອງລາຄາໃໝ່ (710)

ຂໍ້ມູນຈາກ: All In Laos