ໂພສຊຶ້ງຈາກ ແບກຶ “ເວລາຈະຄົບໃຜ ເລືອກພໍດີ ບໍ່ແມ່ນດີເກີນໄປ ຄົນທີ່ພົບແລ້ວ ຈົ່ງຮັກສາໄວ້ດີໆ ຄົນທີ່ຍັງບໍ່ພົບ ມື້ໜຶ່ງຈະພົບເອງ”
ໂພສຫວານຊຶ້ງ ເອົາໃຈຫວານໃຈຂະໜາດ ໜຸ່ມ ແບກຶ ນັກຮ້ອງ 100 ລ້ານວິວ ທີ່ໄດ້ໂພສຂໍ້ຄວາມ, ຂໍ້ຄິດກ່ຽວກັບຄວາມຮັກ ບອກເລີຍ ອ່ານແລ້ວ ເປັນກຳລັງໃຈ ໃຫ້ກັບຄົນທີ່ມີຄູ່ ແລະ ບໍ່ທັນມີຄູ່ໄດ້ບໍ່ຫຼາຍກໍໜ້ອຍ ອ່ານເບິ່ງເລີຍ
ໜຸ່ມ ບິກໃຫຍ່ ຫຼື ແບກຶ ໂພສວ່າ ເວລາ ຈະຄົບໃຜ ຄົນໜຶ່ງ ເລືອກ ພໍດີ ບໍ່ແມ່ນ ດີເກີນໄປ ເລືອກ ຄວາມຈີງ ບໍ່ແມ່ນ ຄວາມຝັນ ເລືອກ ຄົນທີ່ ຢາກຈະຢູ່ ກັບເຮົາ ເພາະໂຕເຮົາ ບໍ່ແມ່ນ ເລືອກ ເພາະ ຜົນປະໂຫຍດ ທີ່ຕິດມາ ເລືອກ ຄົນທີ່ເຮັດນັ້ນ ເຮັດນີ້ໃຫ້ ເຮົາ ເພາະເຂົາຢາກເຮັດໃຫ້ ບໍ່ແມ່ນ ເຮັດ ເພາະໜ້າທີ່
ເລືອກ ຄົນ ທີ່ເຫັນເຮົາ ເປັນຄູ່ຊີວິດ ຄົນຮັກກັນ ແທ້ ເຂົາຈະບໍ່ປ່ອຍ ໃຫ້ເຮົາຖ້າ ຄົນຮັກກັນ ແມ່ນວ່າ ເຂົາຈະບໍ່ມີ ເວລາ ປານໃດ ເຂົາ ກໍ່ຈະຫາ ເວລາ ວ່າງ ມາພົບເຈົ້າ ແລະ ຈະຢູ່ຂ້າງເຈົ້າ ຕະຫຼອດເວລາ ຫາກ ເຂົາ ຮັກເຈົ້າແທ້ ເຂົາຈະຢູ່ຂ້າງເຈົ້າບໍ່ວ່າຈະເວລາໃດ
ຄົນ ທີ່ພົບແລ້ວ ຈົ່ງຮັກສາໄວ້ດີໆ ຄົນທີ່ຢັງ ບໍ່ພົບ ມື້ໜຶ່ງ ຈະພົບເອງ
.
.
.
.
.
.
.