ລາວ ບໍ່ພົບຜູ້ຕິດເຊື້ອໄວຣັດ ໂຄວິດ-19 ເພີ່ມ 31 ວັນແລ້ວ
ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະ ຍາດອັກເສບປອດ ທີ່ເກີດຈາກເຊື້ອ ຈຸລະໂລກສາຍພັນໃໝ່ COVID-19 ຢືນຢັນວ່າ: ນັບແຕ່ວັນທີ 13 ເມສາຫາ 13 ພຶດສະພາ 2020, ສປປ ລາວ ບໍ່ພົບຜູ້ຕິດເຊື້ອໄວຣັດ ໂຄວິດ-19 ເພີ່ມໃໝ່ອີກ, ຕົວເລກສະສົມຍັງຢູ່ 19 ກໍລະນີ, ນັບເປັນເວລາ 31 ມື້ຕິດຕໍ່ກັນທີ່ກວດບໍ່ພົບເຊື້ອ, ມາຮອດປັດຈຸບັນ ມີຜູ້ປິ່ນປົວດີ 14 ຄົນ, ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍ 5 ຄົນ. ຂະນະທີ່ທົ່ວໂລກຕົວເລກ ຜູ້ຕິດເຊື້ອຍັງເພີ່ມຂຶ້ນໃນແຕ່ລະວັນ, ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 13 ພຶດສະພາ 2020, ມີຜູ້ຕິດເຊື້ອ 4.330.027, ເສຍຊີວິດ 291.911, ປິ່ນປົວຫາຍດີ 1.575.558, ມີບາງປະເທດ ຈຳນວນ ຜູ້ຕິດເຊື້ອມື້ດຽວ ມີເຖິງ 20.564 ຄົນ, ເສຍຊີວິດ 1.466 ຄົນຕໍ່ມື້.
ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈຳ ການຄະນະສະເພາະກິດ ລາຍງານໃຫ້ຮູ້ ໃນພິທີຖະແຫລງຂ່າວ ໃນວັນທີ 13 ພຶດສະພາ 2020 ນີ້ວ່າ: ແຕ່ເດືອນມັງກອນ ຮອດປັດຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 3.975 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ, ສະເພາະ ວັນທີ 12 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 100 ກວ່າຄົນ ຊຶ່ງເປັນແຮງງານລາວ ທີ່ກັບມາຈາກປະເທດໄທ 65 ຄົນ, ແຮງງານໄທທີ່ເຂົ້າມາລາວ 2 ຄົນ ແລະ ບຸກຄົນທົ່ວໄປບໍ່ມີ ອາການສະແດງ 30 ຄົນ, ທັງໝົດແມ່ນບໍ່ພົບເຊື້ອ. ສຳລັບກໍລະນີ ນ້ຳເບີ 14 ທີ່ເອົາກັບຄືນມານອນ ຕິດຕາມອາການຢູ່ໂຮງໝໍ ໄດ້ກວດວິເຄາະຫາເຊື້ອ ສອງຄັ້ງ ຕິດຕໍ່ກັນ ແມ່ນບໍ່ພົບເຊື້ອ ແລະ ໄດ້ອະນຸຍາດໃຫ້ອອກໂຮງໝໍແລ້ວ.
ທ່ານ ຮສ. ດຣ. ພູທອນ ເມືອງປາກ ກ່າວອີກວ່າ: ບັນຫາສຳຄັນໃນໄລຍະຜ່ອນຜັນ ບາງມາດຕະການຮອດວັນທີ 17 ພຶດສະພານີ້ ແມ່ນການເຝົ້າລະວັງ ຜູ້ເດີນທາງເຂົ້າມາ ສປປ ລາວ, ທຸກຄົນຈະຕ້ອງໄດ້ກວດກັ່ນ ກອງຊອກຫາ ເຊື້ອພະຍາດ ບໍ່ໃຫ້ມີຜູ້ຕິດເຊື້ອສາມາດ ອອກໄປຫາຊຸມຊົນ, ຈຳກັດບໍລິເວນຢູ່ສູນຈົນຄົບ 14 ວັນ. ສ່ວນການ ເຝົ້າລະວັງ ຕິດຕາມການປະຕິບັດ ຄຳແນະນຳຂອງປະຊາຊົນ ຢູ່ແຕ່ລະແຂວງ ເຫັນວ່າມີຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ເປັນເຈົ້າການປະຕິບັດ ຄຳແນະນຳຂອງ ຄະນະສະເພາະກິດໄດ້ດີ, ສະນັ້ນ ຈຶ່ງມີຄວາມໝັ້ນໃຈວ່າບໍ່ມີ ຄວາມສ່ຽງທີ່ຈະເກີດ ການລະບາດຄັ້ງໃໝ່.
ຂ່າວ: ທະນູທອງ , ຂປລ.
ພາບ:ອ່າຍຄຳ