ໜຸ່ມພາສາວຄວາມຈຳເຊື່ອມມາເປັນເມຍຜ່ານໄປ 8 ປີ ແຕ່ກັບຈື່ອາດີດໄດ້ສຸດທ້າຍກາຍເປັນເລື່ອງເສົ້າ.

ເລື່ອງລາວຂອງຊາຍຊື່ຫວັງຊົງຊານ ເຂົາເລົ່າວ່າ ເມື່ອປີ 2003 ຊ່ວງລະດູຫນາວ ຫວັງຊົງຊານໄດ້ພົບຍິງສາວໄວລຸ້ນເລ້ລ້ອນຢູ່ທີ່ຕລາດ ໃນນະຄອນເຊິນເຈິ້ນ ປະເທດຈີນ ເນື່ອງຈາກຍິງສາວມີປັນຫາທາງຈິດ ຈື່ບໍ່ໄດ້ວ່າຕົນເອງບ້ານຢູ່ໃສ ຫລື ພໍ່ແມ່ເປັນໃຜ ດ້ວຍຄວາມທີ່ຍັງບໍ່ທັນແຕ່ງງານ ແລະເກິດຖືກໃຈ ຈຶ່ງພາຍິງສາວຄົນນີ້ກັບບ້ານໄປເປັນເມຍ

ລາວໃຊ້ເວລາສ່ວນໃຫຍ່ຢູ່ໃນບ້ານ ບໍ່ຄ່ອຍອອກໄປໄສ ດ້ວຍຄວາມທີ່ລາວປ່ວຍທາງຈິດ ຫວັງຊົງຊານ ຈຶງບໍ່ໄດ້ພາລາວໄປຈົດທະບຽນສົມຣົດ ເມື່ອປີ 2004 ພວກເຂົາກໍ່ໄດ້ມີລູກສາວນຳກັນ ແຕ່ຫວັງຊົງຊານ ໄດ້ສົ່ງໃຫ້ເອື້ອຍຊ່ວຍລ້ຽງ ຕໍ່ມາໃຫ້ກຳເນິດບຸດຊາຍອີກ ແລະ ໃຊ້ຊີວິດຢູ່ຮ່ວມກັນມາເປັນເວລາກວ່າ 8 ປີ

ເນື່ອງຈາກອາການປ່ວຍຂອງເມຍ ແລະ ຖານະທາງບ້ານທີ່ຢາກຈົນ ຫວັງຊົງຊານ ຈື່ງຮ້ອງຂໍຄວາມຊ່ວຍເຫລືອໃຫ້ເມຍຂອງລາວໄດ້ຮັບການຮັກສາຫລາຍຄັ້ງ ໃນທີ່ສຸດເມຍຂອງລາວໄດ້ຖືກສົ່ງໂຕໄປຮັກສາທີ່ໂຮງໝໍ ແຕ່ຫລັງຈາກນັ້ນເມຍຂອງລາວໄດ້ຫາຍໂຕໄປດົນເປັນປີ ຊຶ່ງລາວພະຍາຍາມຊອກຫາ ແຕ່ກໍ່ບໍ່ເປັນຜົນ

ຈົນກະທັ່ງບໍ່ດົນມານີ້ ເຈົ້າຫນ້າທີ່ຕຳຫຼວດໄດ້ຮູ້ເບາະແສຂອງເມຍລາວວ່າລາວຮັກສາອາການທາງຈິດທີ່ໂຮງໝໍ ຈາກນັ້ນລາວສາມາດຈື່ທີ່ຢູ່ຂອງລາວໄດ້ ຈຶ່ງບອກກັບເຈົ້າຫນ້າທີ່ໃຫ້ຕິດຕໍ່ຄົນທາງບ້ານມາຮັບໂຕກັບໄປ ໂດຍລາວບໍ່ຍອມກັບມາໃຊ້ຊີວິດກັບຫວັງຊົງຊານ ອີກຕໍ່ໄປ ເມື່ອເປັນເຊັ່ນນີ້ຫວັງຊົງຊານ ກ່າວວ່າ ຫາກລາວບໍ່ຍອມກັບມາຢູ່ນຳກັນ ເຂົາກໍ່ຄົງຕ້ອງລ້ຽງລູກຂອງເຂົາພຽງລຳພັງຕໍ່ໄປ