ນ້ຳຖ້ວມ-ດິນເຈື່ອນຢູ່ຫວຽດນາມ ເສຍຊີວິດ 70 ກວ່າຄົນ
ຕາມຂ່າວຈາກ ນະຄອນຫລວງ ຮ່າໂນ້ຍ,ເມື່ອບໍ່ດົນມານີ້, ຄະນະກຳມາທິການ ປ້ອງກັນ ແລະ ຄວບຄຸມ ໄພພິບັດ ແຫ່ງຊາດ ຫວຽດນາມ ລາຍງານວ່າ: ມີຜູ້ເສຍຊີວິດ ເພີ່ມຂຶ້ນ 70 ກວ່າຄົນ ຈາກເຫດນ້ຳຖ້ວມ ແລະ ດິນເຈື່ອນ ໃນຫລາຍພື້ນທີ່ ທາງພາກກາງ ຂອງຫວຽດນາມ.

ສຳລັບ ເຫດການດິນເຈື່ອນ ສ້າງຄວາມເສຍຫາຍ ບໍລິເວນກວ້າງ ໃນແຂວງກວ໋າງຈິ ເຮັດໃຫ້ມີ ຜູ້ເສຍຊີວິດ 7 ຄົນ ແລະ ສູນຫາຍອີກ 17ຄົນ.ນອກນີ້ ຍັງເກີດດິນເຈື່ອນ ບໍລິເວນ ໃກ້ກັບໂຮງໄຟຟ້າ ພະລັງງານນ້ຳ ແຫ່ງໜຶ່ງ ແຂວງເຖື່ອນທຽນເວ້ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 15 ຄົນ.ຂະນະນີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ພວມລະດົມ ກຳລັງຄົ້ນຫາ ຜູ້ເຄາະຮ້າຍ ໃນຄັ້ງນີ້ ຢ່າງຮີບດ່ວນ.
