ໜຸ່ມບໍ່ມີເຮືອນ ພົບຍິງສາວທີ່ຮັກເຂົາດ້ວຍໃຈ ທົນລຳບາກໄດ້ທຸກຢ່າງເຖິງແມ່ນຕ້ອງອາໄສນອນຢູ່ລົດເກົ່າໆ (ເລື່ອງເລົ່າຊີວິດຈິງ)

ເປັນອີກເລື່ອງລາວຄວາມຮັກຂອງຫນຸ່ມສາວຄູ່ຫນຶ່ງ ສ່ຽວຈາງ ແລະ ສ່ຽວຈ້າວ ຄູ່ຮັກຊາວຈີນ ພວກເຂົາທັງສອງໄດ້ຍ້າຍມາເຮັດວຽກຢູ່ທີ່ ມົນທົລເຈີຈຽງ ເຖິງຈະບໍ່ມີເງິນ ແຕ່ທຸກມື້ຂອງພວກເຂົາຜ່ານໄປຢ່າງມີຄວາມສຸກ ບໍ່ໄດ້ເຮັດໃຫ້ຄວາມຮັກຂອງທັງຄູ່ຫຼຸດນ້ອຍລົງເລີຍ ໃນຊ່ວງທີ່ລຳບາກທີ່ສຸດ ທັງຄູ່ມີເງິນຕິດຕົວບໍ່ຖຶງຮ້ອຍຢວນ ຊຶ່ງບໍ່ພໍໃຊ້ໃນການເຊົ່າຫ້ອງ

ໃນລະຫວ່າງທີ່ພວກເຂົາກຳລັງຫາຫ້ອງເຊົ່າກັນນັ້ນ ສ່ຽວຈາງກໍ່ພົບລົດເກົ່າຄັນຫນຶ່ງ ເຂົາຈຶ່ງເຂົ້າໄປລົມກັບເຖົ້າແກ່ພໍຂໍຕໍ່ລອງລາຄາ ແລະ ກໍ່ສາມາດຊື້ມາໄດ້ໃນລາຄາທີ່ຖືກທີ່ສຸດ ຈາກນັ້ນພວກເຂົາກໍ່ນຳມັນມາຈັດການລ້າງເຮັດຄວາມສະອາດ ກາຍເປັນລົດເຮືອນຫລັງນ້ອຍໆ ສຳຫລັບພວກເຂົາ

ນອກຈາກນີ້ ໃນລົດຍັງມີໂທລະທັດ ຫາກມື້ໃດບໍ່ເຮັດວຽກ ເວລາວ່າງສ່ວນໃຫຍ່ຂອງພວກເຂົາກໍ່ມັກຈະນັ່ງເບິ່ງລາຍການໂທລະທັດນຳກັນ ສ່ຽວຈ້າວລາວເປັນເມຍທີ່ທັງງາມ ແລະ ເກັ່ງ ນອກຈາກນີ້ລາວຍັງມີຄວາມສາມາດພິເສດໃນການຫຍິບປັກຖັກແສ່ວ ເປັນຄວາມຈົນທີ່ຄົນລວຍຍັງຕ້ອງປາຖະຫນາແບບເຂົາ

ເຖິງວ່າຊີວິດຄວາມເປັນຢູ່ຂອງທັງຄູ່ ອາດຈະບໍ່ໄດ້ດີຄືໃຜ ແຕ່ພວກເຂົາທັງສອງກໍ່ບໍ່ໄດ້ນ້ອຍເນື້ອຕ່ຳໃຈ ຮູ້ສຶກພໍໃຈໃນສິ່ງທີ່ຕົນເອງມີຢູ່ ບໍ່ຈຳເປັນຕ້ອງມີເງິນຫຼວງຫຼາຍ ຂໍແຄ່ມີຄົນທີ່ຮັກ ແລະ ໄວ້ໃຈກັນແລະຢູ່ຄຽງຂ້າງ ໄດ້ເຫັນຮອຍຍິ້ມຂອງກັນ ແລະ ກັນ ທໍ່ນີ້ກໍ່ມີຄວາມສຸກແລ້ວ

ທັງຄູ່ຈັບມືກັນ ດ້ວຍໃບຫນ້າທີ່ເຕັມໄປດ້ວຍຮອຍຍິ້ມແຫ່ງຄວາມສຸກ ສາຍຕາທີ່ສ່ຽວຈາງເບິ່ງຜູ້ເປັນເມຍນັ້ນ ເຕັມໄປດ້ວຍຄວາມຮັກສ່ຽວຈາງບອກວ່າ ໃນສາຍຕາຂອງຂ້ອຍ ລາວເປັນຜູ້ຍິງທີ່ງາມທີ່ສຸດ ແລະ ເປັນຜູ້ຍິງຄົນດຽວທີ່ຂ້ອຍຈະຮັກຕະຫຼອດໄປ
ຍິ່ງເບິ່ງກໍ່ຍິ່ງອົບອຸ່ນຫົວໃຈ ຈະມີຈັກຄົນທີ່ຍອມລຳບາກໄປນຳກັນ ຍອມຢູ່ຄຽງຂ້າງກັນໃນວັນທີ່ບໍ່ເຫລືອຫຍັງ ສຸດທ້າຍນີ້ຂໍໃຫ້ທັງຄູ່ມີຄວາມສຸກແບບນີ້ຕະຫລອດໄປ.