ບໍ່ຄິດວ່າຈະເຫັນພາບແບບນີ້ໃນເມືອງໃຫຍ່ “ແມ່ຂີ່ລົດຖີບ ໄປສົ່ງລູກໄປໂຮງຮຽນ” ໜຶ່ງພາບປະທັບໃຈ
ຜູ້ໃຊ້ເຟດບຸກ Chanseng Em Noy ໂພສ ຂໍອະນຸຍາດເຈົ້າຂອງພາບ!! ເຊົ້ານີ້ຂັບລົດອອກມາສົ່ງລູກສາວ ບັງເອີນເຫັນພາບແມ່ຂີ່ລົດຖີບໄປສົ່ງລູກ ເປັນພາບທີ່ຫາຍາກທີ່ຈະເຫັນໃນເມືອງໃຫຍ່ ເຫັນພາບນີ້ແລະອົດຍິ້ມແລະຕື້ນຕັນໃຈໄດ້ ນີ້ຫລະຄວາມຮັກຂອງພໍ່ແລະແມ່ ເຖິງຈະມີລົດຫຍັງກໍ່ຕາມແຕ່ເພິ່ນກໍ່ຕັ້ງໃຈໄປສົ່ງລູກຮຽນ

ເຖິງລູກຈະໃຫຍ່ພໍໄປເອງແລ້ວກໍ່ຕາມ ແຕ່ພໍ່ແມ່ຍັງເຫັນເປັນເດັກນ້ອຍທີ່ຕ້ອງການໃຫ້ແມ່ໄປສົ່ງສະເຫມີ ຕັ້ງໃຈຮຽນເດີບ່າວນ້ອຍໃນຮູບພາບ ໃຫ້ສົມກັບຄວາມຮັກຂອງແມ່ທີ່ໃຫ້ເຈົ້າ ຢ່າລະເລີງແລະຫລົງຜິດໃນແສງສີແສງປະຈຸບັນ ຈົ່ງຈື່ໄວ້ວ່າ “ແມ່ນ້ອງຍັງຖ້ານ້ອງ” ກັບມາດູແລເພິ່ນ
ບໍ່ວ່າເຈົ້າຈະເກີດມາຈາກໃສ, ບໍ່ວ່າເຈົ້າຈະມີຕົ້ນກຳເນີດຕ້ອຍຕ່ຳຊ່ຳໃດ, ຈົ່ງຈື່ໄວ້ຄວາມຮັກຂອງພໍ່ແມ່ບໍ່ເຄີຍຫນ້ອຍຫລືຕ້ອຍຕ່ຳ, ວັດຖຸເປັນພຽງເຄື່ອງຂອງນອກກາຍ, ບໍ່ມີພໍ່ແມ່ຄົນໃດດອກບໍ່ຍາກໃຫ້ສິ່ງທີ່ດີທີ່ສຸດໃຫ້ລູກ
ພຽງແຕ່ພໍ່ແມ່ບາງຄົນພະຍາຍາມທີ່ສຸດແລ້ວ, ແຕ່ອາດໃຫ້ເຈົ້າບໍ່ເທົ່າຄົນທີ່ລ້ຳລວຍ, ຢ່ານ້ອຍໃຈແລະຈົ່ງດີໃຈທີ່ຢ່າງຫນ້ອຍເຈົ້າກໍ່ມີໂອກາດໄດ້ຮັບຄວາມຮັກຈາກພໍ່ແມ່ເຊິ່ງບາງຄົນແທບຈະບໍ່ມີໂອກາດແມ້ແຕ່ເຫັນພໍ່ແມ່, ເຈົ້າເດທຸກມື້ນີ້ເຮັດດີຊ່ຳໃດແລ້ວໃຫ້ພໍ່ແມ່, ຈົ່ງຄິດກ່ອນທຸກການກະທຳເພາະທຸກຂໍ້ຜິດພາດແລະຫລົ້ມເຫລວຂອງເຈົ້າ
ບໍ່ມີແຕ່ເຈົ້າຄົນດຽວທີ່ຈະທຸກໃຈ, ຜູ້ທີ່ທຸກກວ່າເຈົ້ານັ້ນຄືຜູ້ໃຫ້ກຳເນີດເຈົ້າ, ຮັກ ແລະ ເຄົາລົບພໍ່ແມ່
ຈາກ: Chanseng Em Noy