ແຈ້ງເຕືອນ ອາກາດເຢັນ ແລະຝົນຕົກໃນແຕ່ລະພາກ

ຄວາມກົດດັນອາກາດສູງຈາກປະເທດຈີນໄດ້ມີກໍາລັງແຮງແຜ່ລົງມາປົກຄຸມຢູ່ເຂດພາກເໜືອ ຫາ ພາກກາງຂອງປະເທດລາວດ້ວຍກໍາລັງອ່ອນ, ສ່ວນ ພາກໃຕ້ຮ່ອງຄວາມກົດດັນອາກາດຕໍ່າໄດ້ພາດຜ່ານ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອມີກໍາລັງແຮງພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າຢູ່ແຂວງພາກເໜືອ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກໃນລະດັບປານກາງ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີ ນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນໍ້າຖ້ວມອັ່ງ. ພ້ອມໃຫ້ຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

.

.