ງາມແລ້ວບໍ່ພໍຍັງໃຈບຸນອີກ

ວັນທີ 15\10\2020 ຊຸບຕຣາຊື່ດັງຂອງປະເທດລາວເຮົາ ສາວລູກນໍ້າ ທິດາລັດ ວົງສິຣິ ໄດ້ໂພດສຮູບພໍ່ຕູ້ໂສມລົງ Facebook ສ່ວນຕົວເພິ່ນ FB: Louknum thidalat ເຊິ່ງບ້ານເພິ່ນໄດ້ຖືກອັກຄີໄໝ້ໝົດຫຼັງເລີຍ ເຫດເກີດວັນທີ 6\10\2020 ປັດຈຸບັນພໍ່ຕູ້ເພິ່ນໄດ້ອາຍຸ 80 ປີແລ້ວ ມິລູກສອງຄົນ ຕອນນີ້ເພິ່ນອາໄສຢູ່ນຳບ້ານພີ່ນ້ອງ ຢູ່ບ້ານ ດອນ ເມືອງນາກາຍ ແຂວງຄຳມ່ວນ

ເຊິ່ງການໂພດສຂໍຄວາມຊ່ວຍເຫຼືອແມ່ນຈະຊ່ວຍເປັນວັດຖຸ ຫລື ປັດໃຈກໍໄດ້ ຫລືຈະໄປມອບເອງເລີຍກໍໄດ້ ຫຼື ໂອນເປັນເງິນໃສ່ບັນຊີກໍ່ໄດ້ ເຊິ່ງບັນຊີດັ່ງກ່າວໄດ້ຮັບເງິນເຂົ້າຈາກຊາວເນັດ 27.000.000 ກວ່າກີີບພາຍໃນເວລາ 4 ຊົ່ວໂມງ ຖືເປັນການຊ່ວຍເຫຼືອຂອງຄົນທີ່ມີນໍ້າໃຈຄົນລາວເຮົາໃນການເລີ່ມຕົ້ນຊີວິດໃໝ່ຂອງຄອບຄົວພໍ່ຕູ້ເພິ່ນ.

ທ່ານຍັງສາມາດໂອນເງິນຊ່ວຍເພິ່ນໄດ້ທີ 👉🏻 ເລກບັນຊີ ທະນາຄານ ການຄ້າ ເງິນກີບ
103110000982346001
JOIN MORAL FOUNDATION
(ມູນິທິຮ່ວມໃຈທຳ)

.

.

.