ລັກເປັນຊູ້ກັບເມຍຊາວບ້ານ ສຸດທ້າຍຖືກຕັດຫຳ

ວັນທີ 9 ຕຸລາ 2020 ເກີດເຫດທຳຮ້າຍຮ່າງກາຍ ແລະ ຕັດອະໄວຍະວະເພດຊາຍ ຢູ່ບ້ານໂນນສະຫວ່າງ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ເວລາປະມານ 10 ໂມງເຊົ້າ

ຈາກແຫຼ່ງຂ່າວໄດ້ລະບຸວ່າ ຜູ້ບາດເຈັບ (ຊາຍຊູ້) ແມ່ນເປັນຄູສອນຢູ່ໂຮງຮຽນແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ ຊຶ່ງເປັນໂຮງຮຽນດຽວກັບຜູ້ເປັນຊູ້ (ຍິງ) ໂດຍທັງສອງໄດ້ພົວພັນກັນຕັ້ງແຕ່ເດືອນສິງຫາ 2020 ທີ່ຜ່ານມາ. ເຮັດໃຫ້ຜູ້ເປັນຜົວຈັບພິລຸດໄດ້ ຈຶ່ງໄດ້ໃຫ້ຜູ້ເປັນນ້ອງຊາຍຕົນສືບຂ່າວ ແລະ ຕິດຕາມການເຄື່ອນໄຫວຂອງຜູ້ເປັນເມຍ ແລະ ຈຶ່ງຈັບໄດ້ວ່າ ເມຍລັກມີຊູ້.

ໃນຂະນະນັ້ນ ຜູ້ເປັນຜົວແມ່ນຍັງຢູ່ເຮັດວຽກຢູ່ປາກເຊ ແລະ ໄດ້ລັກກັບມາເຮືອນ ສອບຖາມຜູ້ເັນເມຍຈົນຍອມຮັບສາລະພາບວ່າມີຊູ້ຈິງ ຈຶ່ງໄດ້ບັງຄັບໃຫ້ເມຍນັດກັບຊາຍຊູ້ມາຫາຢູ່ເຮືອນ

ເມື່ອຜູ້ເປັນຊາຍຊູ້ໄດ້ເຂົ້າມາໃນເຮືອນຈຶ່ງເຈິະກັນ ຜູ້ເປັນຜົວໄດ້ໃຊ້ຄ້ອນທີ່ກຽມໄວ້ຕີເຂົ້າທາງງ່ອນ ແລະ ຂະມັບຫູຫຼາຍຄັ້ງຈົນຊາຍຊູ້ສະຫຼົບ ແລະ ນຳມີດຕັດອະໄວຍະວະເພດຈົນຂາດ

ເຫດການຄັ້ງນີ້ເຮັດໃຫ້ຜູ້ເປັນຊາຍຊູ້ຖືກທຳຮ້າຍຮ່າງການ ແລະ ຖືກຕັດອະໄວຍະວະເພດ (ຊຶ່ງບໍ່ຮູ້ວ່າທາງໂຮງໝໍສາມາດຕໍ່ກັບຄືນໄດ້ບໍ?) ສ່ວນຜູ້ເປັນຜົວ ແລະ ເມຍ ແມ່ນຖືກກັກຕົວສົ່ງກອງຄະດີດເມືອງໄຊເຊດຖາ.