ພຽງ 4 ມື້ທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມຂຶ້ນ 36 ຄົນ

ປັດຈຸບັນ ເຊື້ອພະຍາດໄຂ້ຍຸງລາຍ ກໍາລັງຄຸກຄາມປະຊາຊົນ ໃນທົ່ວປະເທດ ພຽງ 4 ວັນ ມີຜູ້ຕິດເຊື້ອ ໄຂ້ຍຸງລາຍເພີ່ມ 36 ກໍລະນີ. ອີງຕາມການລາຍງານສູນຂ່າວ ສານການແພດສຸຂະສຶກສາ  ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ວ່າ: ນັບແຕ່ວັນທີ 28 ທັນວາ 2019-7 ພຶດສະພາ 2020 ມີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວ 1.033 ກໍລະນີ ແລະ ເສຍຊີວິດ 01 ກໍລະນີ, ເຊິ່ງມາຮອດວັນທີ 11 ພຶດສະພາ 2020 ເຮັດໃຫ້ມີຜູ້ຕິດເຊື້ອພະຍາດ ດັ່ງກ່າວ 1.069 ກໍລະນີ.

ຫລາຍພາກສ່ວນ ແມ່ນສຸມໃສ່ເພີ່ມທະວີການສະກັດກັ້ນ, ຄວບຄຸມ ແລະ ປ້ອງກັນການແຜ່ລະ ບາດ ຂອງເຊື້ອ ພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ-19) ທີ່ກໍາລັງລະບາດກັນຢູ່ໃນທົ່ວໂລກ, ແຕ່ກໍຢ່າລືມ ວ່າຍັງມີອີກພະຍາດໜຶ່ງ ທີ່ກໍາລັງລະບາດຢູ່ເຊັ່ນກັນ ໂດຍສະເພາະ ແມ່ນເຊື້ອພະ ຍາດໄຂ້ຍຸງລາຍ, ເຊິ່ງໃນນີ້ ນະຄອນຫລວງວຽງຈັນ ພົບຜູ້ຕິດເຊື້ອໄຂ້ຍຸງລາຍຫລາຍກວ່າໝູ່ ຢູ່ທີ່ 314 ກໍລະນີ ແລະ ເສຍຊີວິດແລ້ວ 1 ຄົນ, ຮອງລົງມາແມ່ນແຂວງ ອັດຕະປື 165 ກໍລະນີ, ວຽງຈັນ 130 ກໍ ລະນີ, ຄຳມ່ວນ 81 ກໍລະນີ, ບໍລິຄຳໄຊ 77 ກໍລະນີ, ສາລະວັນ 72 ກໍລະນີ, ສະຫວັນນະເຂດ 59 ກໍ ລະນີ, ໄຊຍະບູລີ 54 ກໍລະນີ, ເຊກອງ 42 ກໍລະນີ, ຫລວງນໍ້າທາ 28 ກໍລະນີ, ອຸດົມໄຊ 22 ກໍລະນີ, ຈຳປາສັກ ແລະ ໄຊສົມບູນ ແຂວງລະ 7 ກໍລະນີ, ຜົ້ງສາລີ 5 ກໍລະນີ ແລະ ຫລວງພະບາງ 6 ກໍລະນີ, ຈໍານວນແຂວງເຫລົ່ານີ້ ແມ່ນຍັງບໍ່ມີກໍລະນີເສຍຊີວິດ. ສໍາລັບ ແຂວງຊຽງຂວາງ, ບໍ່ແກ້ວ ແລະ ຫົວພັນ ແມ່ນຍັງບໍ່ພົບກໍລະນີ ຜູ້ຕິດເຊື້ອໄຂ້ຍຸງລາຍດັ່ງກ່າວ.

ເພື່ອເປັນການປ້ອງກັນ ພະຍາດໄຂ້ຍຸງລາຍ ບໍ່ໃຫ້ມີການແຜ່ລະບາດ ແຜ່ລາມເປັນວົງກວ້າງ ແລະ ບໍ່ໃຫ້ມີ ກໍລະນີໃໝ່ນັ້ນ ຮຽກຮ້ອງໃຫ້ປະຊາຊົນ ທຸກຄົນຈົ່ງເປັນເຈົ້າການ ໃນປ້ອງກັນບໍ່ໃຫ້ຍຸງລາຍກັດ ໄປຄຽງຄູ່ກັບ ການປະຕິບັດຫລັກການ 5ປ ທີ່ກະຊວງສາທາລະນະສຸກ ວາງອອກເປັນປະຈຳ ໂດຍສະເພາະທຳ ລາຍແຫລ່ງ ເພາະພັນໜອນນ້ຳຍຸງລາຍ “ບໍ່ມີໜອນນ້ຳ ກໍຈະບໍ່ມີຍຸງລາຍ”.

ຂ່າວ: ມະນີທອນ