ສຸດສະເທືອນໃຈ​ ຈົດຫມາຍລາຕາຍ

ເຖິງແມ່!​ ຈາກລູກຂີ້ຄຸກ😔

ຄັ້ງຫນື່ງ ມີນັກໂທດ
ຖືກໂທດປະຫານຊີວິດ
ກ່ອນ​ນາທີປະຫານ
ສາມາດສັ່ງລາຄອບຄົວ

ລາວຂໍບິກແລະເຈ້ຍ
ລາວຂຽນຈົດຫມາຍຫາແມ່
ແລະ​ ​ໃຫ້ເຂົາເຈົ້າສົ່ງໃຫ້ແມ່!

ໃນຈົດຫມາຍຂຽນວ່າ:
ຖ້າໂລກນີ້ຍຸດຕິທຳຈິງ
ນອກຈາກລູກ ຍັງມີແມ່
ທີ່ຄວນຖືກປະຫານ!

ເພາະວ່າລູກຖືກໂທດ
ແຕ່ແມ່ກໍມີສ່ວນຮ່ວມ
ເພາະແມ່ຢູ່ເບື້ອງຫລັງ
ການກໍ່ໂທດກຳຂອງລູກ!​

ຕອນຍັງນ້ອຍ
ລູກລັກຫມາກມີ້ຂ້າງບ້ານ
ແມ່ໄດ້ລັກເຊື່ອງໄວ້
ເພື່ອບໍ່ໃຫ້ພໍ່ໂວຍວາຍ!

ລູກຕີກັນກັບພວກຫມູ່
ແມ່ອອກມາຕີພວກມັນໃຫ້ເຈັບ
ໂດຍບໍ່ຕ້ອງຮູ້ສາຍເຫດ
ຍ້ອນຫຍັງ,​ ມາຈາກໃສ!​

ຕອນລູກເສັງໄດ້ຄະແນນຕ່ຳ
ແມ່ວິ້ງເຕັ້ນບ່ອນນັ້ນບ່ອນນີ້
ຂໍຄະແນນໃຫ້ລູກ
ເພື່ອໃຫ້ໄດ້ຂື້ນຫ້ອງ!​

ມີເທື່ອພໍ່ສອນລູກ
ແມ່ແລ່ນມາປົກປ້ອງ
ຮ້າຍພໍ່ວ່າຢ່າເຂັ້ມງວດ
ລູກຍັງນ້ອຍຢູ່!​

ໃຫຍ່ມາອີກຫນ້ອຍຫນື່ງ
ລູກຫລິ້ນກິນເສເພ
ແມ່ກໍຍັງບໍ່ຮ້າຍ
ຍັງຮັກໄຮ້ຂອບເຂດ…

ແລະແລ້ວເລື່ອງຫຍັງມັນຊິເກີດ
ມັນກໍຕ້ອງເກີດ
ລູກຖືກໂທດຂ້າຄົນ
ຍ້ອນ​ປຸ້ນຊັບ,​ ຂ້າຄົນ…

ແມ່ເອີຍ!​ ລູກຕອນຍັງນ້ອຍນັ້ນ
ຄວນຖືກລົງໂທດ
ແຕ່ແມ່ກໍມາແກ້ຕ່າງ
ແລະເຂົ້າຂ້າງແຕ່ລູກ!​

ຖ້າແມ່ເຂັ້ມງວດຄືພໍ່
ລູກຄືຊິບໍ່ຊົ່ວຊາມ
ຖ້າແມ່ບໍ່ຂໍຄະແນນ
ລູກຄືຊິຕັ້ງໃຈຮຽນ…​

ແມ່ໄດ້ມອບຊີວິດໃຫ້ລູກ
ແຕ່ແມ່ກໍຢຶດມັນຄືນໄປ
ຍ້ອນຕອນລູກເຮັດຜິດ
ແມ່ບໍ່ເຄີຍຮ້າຍຫຍັງ!​

ຈົດຫມາຍທີ່ລູກຂຽນນີ້
ບໍ່ແມ່ນເພື່ອຕິຕຽນແມ່ດອກ
ແຕ່ແມ່ນລູກຢາກສົ່ງບອກ
ບາງປະໂຫຍກສັ້ນໆ:

“ວິທີຮັກລູກນ້ອຍ
ບໍ່ແມ່ນເອົາໃຈ,​ຕາມໃຈ
ແຕ່​ຕ້ອງບອກ,​ ຕ້ອງສອນ
ນີ້ຈິ່ງແມ່ນຄວາມຮັກ”

ພໍ,​ ລູກຂໍຢຸດຂຽນເທົ່ານີ້
ຂໍລາແມ່ໄປຊົ່ວກາລະນານ
ລົງຊື່: ລູກຂອງແມ່-ຄົນຂີ້ຄຸກ!

ບູຮານກ່າວໄວ້ວ່າ: ຮັກງົວຕ້ອງຜຸກ ຮັກລູກຕ້ອງຕີ….. ສະນັ້ນການທີ່ພໍ່ແມ່ຂ໊ຽນ ຕີລູກໃນຍາມດື້້ນັ້ນ ແມ່ນສອນໃນຕົວ ແລະ ຕີລູກອາດເຈັບທີ່ຜິວໜັງ ແຕ່ພໍ່ແມ່ເຈັບທີ່ໃຈເດີ

➡️ ນີ້ເປັນພຽງເລື່ອງທີ່ຕ່າງປະເທດ
ເຂົາເຈົ້າແຕ່ງຂື້ນມາເປັນຂໍ້ຄິດ
ໃນບາງແງ່ມຸມໃຫ້ຜູ້ປົກຄອງ
ຄິດໃນການລ້ຽງດູລູກຫລານ
ເພື່ອກັນບໍ່ໃຫ້ສິ່ງບໍ່ດີເກີດຂື້ນກັບທຸກຄົນ.​

➡️ ການສຶກສາ​ ເປັນອາວຸດທີ່ແຂງແຮງທີ່ສຸດ​ທີ່ເຈົ້າຈະໃຊ້ປ່ຽນໂລກຫນ່ວຍນີ້ (Nelson Mandela)

➡️ ຈົ່ງແຊຕໍ່ຖ້າເຫັນວ່າມັນມີຄວາມຫມາຍຖືກຕ້ອງ!