ມີເງິນ 100ລ້ານ ບໍ່ຈໍາເປັນຕ້ອງມີຜົວກໍ່ໄດ້ ກາລະແມກ່າວໄວ້

ເປັນອີກໜຶ່ງສາວທີ່ປ່ຽມລົ້ນໄປດ້ວຍຄວາມສາມາດ ນັ້ນກໍ່ຄື ກາລະແມ ພັດຊະລະສີ ເບນຈະມາດ ພິທີກອນສາວແຖວໜ້າຂອງເມືອງໄທ ທີ່ຕອນນີ້ຍັງພໍໃຈກັບຊີວິດໂສດ ຂໍມີຄວາມສຸກກັບເງິນ 100ລ້ານດີກວ່າ.

ໂດຍທີ່ເຈົ້າຕົວນັ້ນໄດ້ໃຫ້ສໍາພາດໃນລາຍການດັງ Club friday show ຕອນນີ້ຊີວິດໂສດແຮບປີ້ຫຼາຍ ບໍ່ໄຂ່ວຄວ້າຫາແຟນ ເພາະຕົນເອງເປັນຄົນມັກເລືອກ ຢາກໄດ້ຄົນທີ່ແມ່ນ ແລະ ເຂົ້າໃຈເຮົາ ຖ້າຫາບໍ່ໄດ້ ກໍ່ບໍ່ມີດີກວ່າ ບໍ່ຢ້ານຂຶ້ນຄານ ເຊິ່ງຖ້າຢູ່ຄານແລ້ວມີເງິນ 100ລ້ານ ບໍ່ຕ້ອງມີຜູ້ຊາຍກໍ່ໄດ້ ສາມາດຢູ່ຕົວຄົນດຽວໄດ້ແບບມີຄວາມສຸກ.

ການບໍ່ມີແຟນບໍ່ໄດ້ແປວ່າເຈົ້າບໍ່ມີກັນລະຍານິມິດ ເຮົາຍັງມີໝູ່ເພື່ອນທີ່ດີ ມີຄົນຮອບຂ້າງ ແທ້ທີ່ສຸດກໍ່ຄື ເຮົາຍັງມີຕົວເຮົາເອງເປັນມິດທີ່ດີທີ່ສຸດ ແລ້ວເຮົາຮູ້ເລີຍວ່າໂຕເຮົາບໍ່ຖິ້ມເຮົາໄປໃສແນ່ນອນ ດັ່ງນັ້ນ ຖ້າມັນບໍ່ໄດ້ມີແລ້ວໃຫ້ເຮົາບວກຂຶ້ນ ກໍ່ພ້ອມທີ່ຈະຢູ່ຄົນດຽວ.