ມສ ວຽງຈັນ ກຽມພ້ອມເປີດການຮຽນ – ການສອນ ໃນວັນທີ 18 ພຶດສະພາ 2020 ນີ້

ໂຮງຮຽນມັດທະຍົມສົມບູນວຽງຈັນ ( ມສ ວຽງຈັນ ) ໄດ້ກະກຽມຄວາມພ້ອມທຸກດ້ານໃນການເປີດການຮຽນ – ການສອນຄືນໃໝ່ສຳລັບຊັ້ນ ມ 4 ແລະ ມ 7 ໂດຍໄດ້ອະນາໄມອາຄານສະຖານທີ່ອ້ອມຂ້າງໂຮງຮຽນ ແລະ ໄດ້ສີດຢາຂ້າເຊື້ອພະຍາດຈຳນວນ 2 ຄັ້ງ ເພື່ອຕ້ານ ແລະ ສະກັດກັນການລະບາດຂອງພະຍາດໂຄວິດ – 19.

ທ່ານ ນາງ ວຽງສຸວັນ ພະໄຊສົມບັດ ຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ ໃຫ້ສຳພາດວ່າ: ໂຮງຮຽນ ມສ ວຽງຈັນ ແມ່ນມີ ຄວາມພ້ອມໃນການເປີດການຮຽນ – ການສອນສຳລັບຊັ້ນ ມ 4 ແລະ ມ 7 ໃນວັນທີ 18 ພຶດສະພານີ້, ຄູ – ອາຈານໄດ້ອະນາໄມສະຖານທີ່ອ້ອມຂ້າງໂຮງຮຽນ, ໂຕະ – ຕັ່ງ, ຫ້ອງຮຽນຕ່າງໆ ແລະ ໄດ້ຂໍຄວາມຊ່ວຍເຫຼືອມາຍັງມູນນິທິຈີນ ມາສີດຢາຂ້າເຊື້ອບໍລິເວນໂຮງຮຽນ, ຫ້ອງຮຽນໃຫ້ຈຳນວນ 2 ຄັ້ງ ເພື່ອຮັບປະກັນ ຄວາມປອດໄພໃນການຮຽນ – ການສອນ.

ຊັ້ນ ມ 4 ແລະ ມ 7 ມີນັກຮຽນທັງໝົດຈຳນວນ 944 ຄົນ. ໃນນັ້ນ, ມ 4 ມີ 396 ຄົນ, ມ 7 ມີ 548 ຄົນ. ໃນນີ້, ມີຫ້ອງຮຽນພອນສະຫວັນ, ຫ້ອງຮຽນໄອທີ ແລະ ຫ້ອງຮຽນວີແລັງ ເຊິ່ງຫ້ອງຮຽນດັ່ງກ່າວນີ້ແມ່ນມີນັກຮຽນປະມານ 20 – 22 ຄົນຕໍ່ຫ້ອງ ຈະບໍ່ໄດ້ແຍກອອກເພາະສາມາດເວັ້ນໄລຍະຫ່າງໄດ້, ສ່ວນຫ້ອງຮຽນທົ່ວໄປແມ່ນມີນັກຮຽນ 40 ຄົນຕໍ່ຫ້ອງ ແມ່ນຈະໄດ້ແບ່ງອອກເປັນ 2 ຫ້ອງ ( ແຕ່ລະຫ້ອງຈະບັນຈຸນັກຮຽນຈຳນວນ 20 ຄົນ ), ໃຫ້ນັ່ງ 1 ຄົນຕໍ່ໂຕະ ເພື່ອເວັ້ນໄລຍະຫ່າງຕາມມາດຕະການຂອງຄະນະສະເພາະກິດ.

ສ່ວນຕາຕະລາງການຮຽນ – ການສອນ ທາງໂຮງຮຽນກໍໄດ້ຈັດຕາຕະລາງຄືນໃໝ່, ສ່ວນຄູ – ອາຈານນອກຈາກຄູສອນປະຈຳແລ້ວພວກເຮົາຍັງມີຄູສອນຊັ້ນ ມ.ຕົ້ນ ແລະ ມ.ປາຍ ເຂົ້າມາສອນແມ່ນພຽງພໍ, ສ່ວນຫ້ອງຮຽນພວກເຮົາກໍພຽງພໍເພາະວ່າໂຮງຮຽນ ມສ ວຽງຈັນ ມີຫ້ອງຮຽນໝົດ 82 ຫ້ອງ, ເມື່ອເຮົາເປີດຮຽນພຽງແຕ່ 2 ຊັ້ນ ແມ່ນນຳໃຊ້ຫ້ອງຮຽນໄປພຽງ 44 ຫ້ອງເທົ່ານັ້ນຖືວ່າຫ້ອງຮຽນ ແລະ ຄູ – ອາຈານແມ່ນພຽງພໍ ແລະ ກຽມພ້ອມທີ່ຈະເປີດການ ຮຽນ – ການສອນ.

ສຳລັບມາດຕະການໃນການປ້ອງກັນພະຍາດ ທາງໂຮງຮຽນມີເຄື່ອງວັດອຸນຫະພູມ, ເຈລລ້າງມື, ສະບູລ້າງມື ແລະ ໃຫ້ນັກຮຽນໃສ່ຜ້າອັດປາກ, ພ້ອມທັງພົກພາເຈລລ້າງມືກ່ອງນ້ອຍຕິດຕົວມາ ນຳ, ສຳລັບນັກຮຽນມາຮອດປະຕູເຂົ້າໂຮງຮຽນທັງ 3 ດ້ານ ພວກເຮົາຈະວັດອຸນຫະພູມຖ້າມີໄຂ້ຈະໄດ້ແຈ້ງໃຫ້ທາງຄະນະສະເພາະກິດ ແລະ ໃຫ້ຜູ້ປົກຄອງນຳພາໄປກວດຢູ່ໂຮງໝໍ ຖ້າຜູ້ໃດມີອຸນຫະພູມປົກກະຕິແມ່ນອະນຸຍາດໃຫ້ເຂົ້າຮຽນ.

ກິດຈະກຳກາງແຈ້ງອື່ນໆພາຍໃນໂຮງຮຽນແມ່ນຈະໄດ້ຫຼີກເວັ້ນບາງກິດຈະກຳເພື່ອບໍ່ໃຫ້ມີຈຳນວນຄົນຫຼາຍ ແລະ ບໍ່ໃຫ້ມີການຊຸມນຸມທີ່ແອອັດ.

ເລື່ອງອາຫານການກິນທາງຮ້ານຄ້າພວກເຮົາມີສະໜອງໃຫ້ ແຕ່ພວກເຮົາໃຫ້ເວັ້ນໄລຍະຫ່າງ ຄື: ໃຫ້ຊັ້ນ ມ 4 ອອກກິນເຂົ້າກ່ອນແລ້ວຈຶ່ງອະນຸຍາດໃຫ້ຊັ້ນ ມ 7 ອອກ ເພື່ອບໍ່ໃຫ້ແອອັດ ແລະ ປ້ອງກັນເຊື້ອພະຍາດ. ສະນັ້ນ, ຈຶ່ງແຈ້ງໃຫ້ຜູ້ປົກຄອງກະກຽມອາຫານການກິນໃຫ້ລູກມາກິນໃນສ່ວນໃດສ່ວນໜຶ່ງ.

ທ່ານ ນາງ ວຽງສຸວັນ ພະໄຊສົມບັດ ໃຫ້ຮູ້ອີກວ່າ: ນັບແຕ່ໂຈະການຮຽນ – ການສອນຊົ່ວຄາວເປັນຕົ້ນມາ ທາງໂຮງຮຽນໄດ້ອັດວິດີໂອ ເພື່ອສອນຜ່ານລະບົບອອນລາຍສຳລັບຊັ້ນ ມ 4 ແລະ ມ 7 ໃນຫຼາຍໆວິຊາ ເຊັ່ນ: ຄະນິດສາດ, ຟີຊິກສາດ, ເຄມີສາດ, ຊີວະສາດ, ພູມສາດ, ປະຫວັດສາດ ແລະ ພາສາລາວ – ວັນນະຄະດີ. ນອກຈາກນີ້, ຄູ – ອາຈານໄດ້ສົ່ງບົດກວດກາຂອງເດືອນ 3 ແລະ ເດືອນ 4 ໃຫ້ນັກຮຽນແກ້ແລ້ວສົ່ງກັບຄືນໃຫ້ອາຈານ ສະແດງວ່າພວກເຮົາສາມາດເກັບຄະແນນໄດ້ຄົບຖ້ວນ ແລະ ເຮັດໃຫ້ການຮຽນມີຄວາມຕໍ່ເນື່ອງ ແລະ ຮັບປະກັນໃຫ້ຈົບຫຼັກສູດ.

ສ່ວນຊັ້ນຮຽນອື່ນໆນັ້ນແມ່ນໄດ້ສົ່ງບົດຮຽນ ແລະ ມີຄຳຖາມທ້າຍບົດໃນກຸ່ມວັອດແອັບ ສົ່ງຕໍ່ໄປຫາຄູປະຈຳຫ້ອງແລ້ວສົ່ງຕໍ່ໃຫ້ຜູ້ປົກຄອງແນະນຳລູກຫຼານຕົນເອງຮ່ຳຮຽນ. ສະນັ້ນ, ຜູ້ປົກຄອງຕ້ອງໄດ້ເອົາໃຈໃສ່ຕິດຕາມລູກຫຼານຂອງຕົນເອງໃນໄລຍະທີ່ລູກພັກຢູ່ເຮືອນ, ສ່ວນວັນເວລາເປີດການຮຽນ – ການສອນຄືນນັ້ນແມ່ນຕ້ອງໄດ້ລໍຖ້າທາງກະຊວງສຶກສາທິການ ແລະ ກີລາ ວ່າຈະໄດ້ເປີດຮຽນຢູ່ໃນເວລາໃດພວກເຮົາຈະໄດ້ແຈ້ງໃຫ້ກັບຄືນມາຮຽນເປັນປົກກະຕິ.

ສຸດທ້າຍທ່ານອຳນວຍການໂຮງຮຽນ ຍັງໄດ້ຮຽກຮ້ອງມາຍັງຜູ້ປົກຄອງນັກຮຽນ ໃຫ້ພໍ່ແມ່ຜູ້ປົກຄອງເອົາໃຈໃສ່ໃຫ້ ຄວາມຮ່ວມມືແນະນຳລູກຫຼານຂອງຕົນເອງ ໂດຍສະເພາະແມ່ນມາດຕະການປ້ອງກັນຕົນເອງເວລາຢູ່ເຮືອນ, ໃສ່ຜ້າອັດປາກ, ມີເຈລລ້າງມື, ໝັ່ນລ້າງມືໃສ່ສະບູ ແລະ ເວລາມາຮອດໂຮງຮຽນຈະມີມາດຕະການປ້ອງກັນຂັ້ນທີ 2 ຖ້າພວກເຮົາຮ່ວມມືກັນຄາດວ່າພວກເຮົາຈະສາມາດປ້ອງກັນພະຍາດໄດ້.

ຂ່າວ: ແກ້ວ; ຮູບ: ສຸກສະຫວັນ