ສາວນ້ອຍຜູ້ສ້າງລາຍໄດ້ປີລະກ່ວາ 50 ຕື້ກີບ ຈາກແອັບ TikTok

Addison Rae ສາວ ຜູ້ສ້າງລາຍໄດ້ປີລະກ່ວາ 50 ຕື້ກີບ ຈາກແອັບ TikTok  ຍ້ອນກັບໄປເມື່ອປະມານ 1 ປີກ່ອນ ລາວຍັງຄົງເປັນນັກສຶກສາປີຫນື່ງ ຂອງມະຫາວິທະຍາໄລຫລຸຍເຊຍນ່າເທົ່ານັ້ນ ແຕ່ປະຈຸບັນນີ້ ລາວຄືຄົນທີ່ມີຍອດຜູ້ຕິດຕາມໃນ TikTok ຫລາຍເປັນອັບດັບຕົ້ນໆຂອງໂລກ ແລະຍັງດຶງດູດສະປອນເຊີຈົນມີລາຍໄດ້ຈາກຊ່ອງທາງຕ່າງໆ ສູງເຖິງປີລະກ່ວາ 5 ລ້ານໂດລາ (ປະມານ 50 ຕື້້ກີບ)  Addison Rae Easterling ເຊເລບທີ່ມີຜູ້ຕິດຕາມເຖິງ 63 ລ້ານຄົນ ແຕ່ທ່ານອາດຈະບໍ່ຮູ້ຈັກລາວມາກ່ອນ

Rae ເປັັນເດັກທີ່ເຕີບໂຕມາກັບຄວາມມັກໃນການເຕັ້ນ ຈະຖືວ່ານັ້ນເປັນພອນສະຫວັນຢ່າງຫນື່ງຂອງລາວກໍ່ໄດ້ ລາວເລີ່ມອັບຄລິບວິດີໂອລົງເທີງ TikTok ຕັ້ງແຕ່ຊ່ວງກາງປີ 2019 ແລະເບິ່ງຄືວ່າມີຄົນໃຫ້ຄວາມສົນໃຈ ມາຕິດຕາມແອັກເຄົ້າຂອງລາວເພີ່ມຂື້ນເລື່ອຍໆ ຜ່ານໄປບໍ່ເທົ່າໃດເດືອນມາຮອດ 27 ຕຸລາ 2019 ລາວຈື່ໄດ້ດີເພາະມັນຄືວັນທີ່ຜູ້ຕິດຕາມທະລຸ 1 ລ້ານຄົນໄດ້ສຳເລັດ ຄລິບສ່ວນໃຫ່ຍຂອງລາວໃນຊ່ວງແລກ ກໍ່ຄືການເຕັ້ນ ເຕັ້ນ ແລະກໍ່ເຕັ້ນ ແມ່ນວ່າມັນຈະເບີ່ງຄືບໍ່ມີຫຍັງ ແຕ່ມັນດຶງດູດໃຫ້ຄົນອື່ນໆ ມາຕິດຕາມເພີ່ມຂື້ນແບບບໍ່ຢຸດ ການເຕີບໂຕຂອງຊ່ອງຢ່າງວ່ອງໄວ ດຶງດູດໃຫ້ສະປອນເຊີແລ່ນເຂົ້າຫາລາວໃນທັນທີ

ເດືອນທັນວາ 2019 ຜູ້ສະຫນັບສະຫນຸນທຳອິດທີ່ເຂົ້າກໍ່ຄື Fashion Nova ຮ້ານຂາຍເສື້ອຜ້າຜູ້ຍິງອອນລາຍ ຊື່ງຕ້ອງການຈັບກຸ່ມໄວລຸ້ນທີ່ເປັນຖານແຟນຄັບລາວ ແຕ່ບໍ່ໄດ້ມີສະປອນເຊີ້ເຂົ້າແຕ່ເຈົ້າດຽວ ເພາະຄິວຂອງສະປອນເຊີທີ່ຕິດຕໍ່ເຂົ້າມາ ເຮັດໃຫ້ລາວຕັດສິນໃຈວ່າ ຈະຫັນມາເອົາດີກັບເສັ້ນທາງນີ້ໂດຍກົງ ກ່ອນທີ່ປີ 2019 ຈະສິ້ນສຸດລົງ ລາວຕັດສິນໃຈດ໊ອບຈາກມະຫາວິທະຍາໄລຫລຸຍເຊຍນ່າ ຍ້າຍໄປອາໄສໃນລອສ ແອງເຈີລິສ ດິນແດນທີ່ໄດ້ຊື່ວ່າເປັນເມືອງແຫ່ງເຊເລບຣິຕີ້ ການຍ້າຍເມືອງ ເຮັດໃຫ້ລາວສາມາດຕິດຕໍ່ງານໄດ້ສະດວກຍິ່ງຂື້ນ ໄດ້ເຂົ້າຮ່ວມກັບເອເຈນຊີ້ທີ່ລວມອິນຟລູເອນເຊີ ມີຄອນເນັກຊັນໃນສາຍງານການຕະຫລາດອອນລາຍຫລາຍຍິ່ງຂື້ນ ສິ່ງເຫຼົ່ານັ້ນຊຸກຍູ້ໃຫ້ລາວໄດ້ມີໂອກາດຮ່ວມງານກັບແບຣນທີ່ໃຫ່ຍກວ່າເກົ່າ ບໍ່ວ່າຈະເປັນ Reebok, American Eagle ຫລືກະທັ້ງ Spotify

ສະຖິຕິທີ່ຫນ້າສົນໃຈຂອງ Rae ທີ່ດຶງດູດລູກຄ້າກໍ່ຢ່າງເຊັ່ນ: ຜູ້ຕິດຕາມຫລາຍເຖິງ 63 ລ້ານຄົນ ເປັນອັນດັບ 2 ຂອງຜູ້ໃຊ້ TikTok ທົ່ວໂລກ ແຕ່ລະຄລິບທີ່ລາວລົງ ກາລັນຕີແນ່ໆ ວ່າຈະມີຍອດວິວຢ່າງຫນ້ອຍ 10-15 ລ້ານວິວ ຊື່ງເກືອບຈະຫາບໍ່ໄດ້ຈາກໂຊຊຽລອື່ນເລີຍ ມີການກົດໄລ້ຄລິບຂອງລາວລວມກວ່າ 4,000 ລ້ານຄັ້ງ ນອກເຫນືອຈາກການຮັບງານຈາກສະປອນເຊີແລ້ວ ດ້ວຍຄວາມທີ່ມີຜູ້ຕິດຕາມສູງ Rae ຍັງໃຊ້ຄວາມນິຍົມຈາກຖານແຟນຄັບສ້າງຜະລິດຕະພັນໃນແບຣນຂອງຕົວເອງທັງເສື້ອຜ້າແຟຊັ່ນ ເຄື່ອງສຳອາງ (ຢ່າງທີ່ເຊເລບຫລາຍຄົນເຮັດກັນ) ຊື່ງນັ້ນສົ່ງເສີມລາຍໄດ້ຂອງລາວໃຫ້ໂດດເດັ່ນຂື້ນຫລາຍວ່າອິນຟລູເອັນເຊີຄົນອື່ນໆ ທີ່ຈະເຮັດໃນດ້ານວິດີໂອ ແລະຮັບໂຄສະນາຢ່າງດຽວ

ແລະຢ່າງທີ່ເຮົາຮູ້ກັນວ່າ ຜົນກະທົບຈາກໂຄວິດ-19 ແລະການລ໊ອກດາວໃນຫລາຍປະເທດ ກໍ່ຍິ່ງຜັກດັນໃຫ້ສື່ອອນລາຍມີບົດບາດສູງຂື້ນໄປອີກ TikTok ກໍ່ເປັນອີກຫນື່ງແອັບພິເຄຊັ່ນທີ່ມາແຮງ ແລະບໍ່ຫນ້າເຊື່ອວ່າ ຄົນທີ່ໂດ່ງດັງຂື້ນມາໃນເວລາພຽງປະມານປີດຽວ ຢ່າງ Addison Rae ຈະກາຍມາເປັນເສດຖີ ໃນອາຍຸພຽງ 20 ປີ ເທົ່ານັ້ນດ້ວຍ