ລະບົບໄຟຟ້າ ເມືອງຫາດຊາຍຟອງ ເສຍຫາຍ 960 ກວ່າລ້ານກີບ ແລະ ເມືອງປາກງື່ມ 36 ລ້ານກວ່າກີບ ຈາກພາຍຸລະດູຮ້ອນ

ໃນຕອນບ່າຍຂອງວັນທີ 8 ພຶດສະພາ 2020, ທ່ານ ຄໍາມະນີ ອິນທະລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ທ່ານ ຄໍາປະເສີດ ເທບປັນຍາ ຮອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ພ້ອມພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງໄປຕິດຕາມເບິ່ງສະພາບຄວາມເສຍຫາຍຂອງລະບົບຈໍາໜ່າຍໄຟຟ້າ ທີ່ໄດ້ຮັບຜົນກະທົບຈາກພາຍຸລະດູຮ້ອນພັດຜ່ານໃນຕອນແລງຂອງວັນທີ 7 ພຶດສະພາ 2020 ຢູ່ທີ່ເມືອງຫາດຊາດຟອງ ນະຄອນຫຼວງວຽງຈັນ.

ຜົນເສຍຫາຍໃນຄັ້ງນີ້ໄດ້ເຮັດໃຫ້ຫຼາຍບ້ານທີ່ຂຶ້ນກັບເມືອງຫາດຊາຍຟອງບໍ່ມີກະແສໄຟຟ້າໃຊ້ເປັນບໍລິເວນກວ້າງ ລະບົບຕາຂ່າຍໄຟຟ້າແຮງດັນ 22 ແລະ 0,4 ກິໂລໂວນ ໄດ້ຮັບຄວາມເສຍຫາຍ ເປັນຕົ້ນ: ເສົາໄຟ 14 ແມັດ ຫັກ 12 ຕົ້ນ, ເສົາໄຟ 12 ແມັດ ຫັກ 4 ຕົ້ນ, ເສົາໄຟ 8 ແມັດ ຫັກ 7 ຕົ້ນ, ໝໍ້ແປງ 2 ໜ່ວຍ, ຄອນສາຍ 38 ຊຸດ, ເຫັກຄໍ້າຄອນສາຍ 70 ຊຸດ, ສາຍໄຟໃຊ້ບໍ່ໄດ້, ດອກກັນໄຟແຕກ ແລະ ອຸປະກອນອື່ນໆ ໄດ້ຮັບຄວາມເສຍຫາຍ ລວມມູນຄ່າ 960 ລ້ານ ກວ່າກີບ.

ຫຼັງຈາກນັ້ນ ທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຍັງຈະໄດ້ເດີນທາງໄປເບິ່ງຄວາມເສຍຫາຍ ຂອງລະບົບຈໍາໜ່າຍໄຟຟ້າລາວ ສາຂາເມືອງປາກງື່ມ ເຊີ່ງເປັນເມືອງໜຶ່ງທີ່ໄດ້ຮັບຄວາມເສຍຫາຍຫຼາຍພໍສົມຄວນ ເປັນຕົ້ນແມ່ນລະບົບຈໍາໜ່າຍໄຟຟ້າແຮງດັນ 22 ແລະ 0,4 ກິໂລໂວນ ລວມມູນຄ່າຄວາມເສຍຫາຍຫຼາຍກວ່າ 36 ລ້ານ ກີບ.