ສອງອ້າຍນ້ອງຜິດຖຽງກັນ ເຖິງຂັ້ນເສຍຊີວິດ

ທ້າວ ແປງ ອາຍຸ 26 ປີ, ບ້ານຫ້ວຍເດື່ອ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ຊຸມແຊວດື່ມເຫຼົ້າ. ຈາກນັ້ນ, ກໍໂວຍວາຍ ເປັນເຫດໃຫ້ຜິດຖຽງກັບຜູ້ເປັນອ້າຍຢ່າງຮຸນແຮງ ຈຶ່ງເກີດຄວາມໂມໂຫ ແລ້ວຈະເອົາມີດມາແທງອ້າຍ. ແຕ່ຖືກຜູ້ເປັນອ້າຍເອົາປືນຍິງສວນຄືນເສຍຊີວິດຄາທີ່; ເຊິ່ງເຫດການດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 2 ຕຸລາ 2020 ທີ່ຜ່ານມາ.

ພັຕ ວິໄລທອງ ຫຼວງອາໄພ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາປະມານ 15:00 ໂມງ ຂອງມື້ເກີດເຫດ ທ້າວ ແຍງ ອອກຈາກບ່ອນເຮັດວຽກຂາຍເຄື່ອງວັດສະດຸກໍ່ສ້າງ ຢູ່ບ້ານຫຼັກ 52 ຈຸດປະສົງເເມ່ນຈະໄປຫາແມ່ຢູ່ບ້ານຫ້ວຍ ເດື່ອ; ພາຍຫຼັງທີ່ໄປຮອດບ້ານໄດ້ມີຫຼານ ແລະ ຍາດພີ່ນ້ອງຊວນໄປກິນເບຍຢູ່ເຮືອນຂອງນ້າສາວ, ເຊິ່ງມີທັງໝົດ 5 ຄົນ ທີ່ນັ່ງຊຸມກັນ ຄື: ທ້າວ ແຍງ, ທ້າວ ແປງ, ນາງ ນ້ອຍ (ເມຍ ທ້າວ ແປງ) ແລະ ໝູ່ອີກ 2 ຄົນ ໄດ້ພາກັນນັ່ງດື່ມເບຍໝົດປະມານ 2 ລັງ.

ຕໍ່ມາ, ເວລາປະມານ 20:00 ໂມງ, ທ້າວ ແປງ (ຜູ້ເສຍຊີວິດ) ໄດ້ຈັບເອົາມີດ 1 ດວງ ຍາວປະມານ 60 ຊັງຕີແມັດ ເເລະ ໄມ້ຄ້ອນ 1 ອັນ ຍາວປະມານ 60 ຊັງຕີແມັດ ແລ້ວເຂົ້າມາໂວຍວາຍ ແລະ ຮ້າຍໃສ່ນາງ ນ້ອຍ (ຜູ້ເປັນເມຍ) ພ້ອມທັງບອກໃຫ້ເມຍກັບເມືອເຮືອນ. ໃນຂະນະນັ້ນ, ທ້າວ ແຍງ ໄດ້ບອກໃຫ້ ນາງ ນ້ອຍ ໃຫ້ກັບເມືອເຮືອນກ່ອນ; ຈາກນັ້ນ, ທ້າວ ແປງ ແລະ ນາງ ນ້ອຍ (ເມຍ) ກໍໄດ້ພາກັນກັບເມືອເຮືອນຕາມທີ່ຜູ້ເປັນອ້າຍບອກ, ພາຍຫຼັງ ທ້າວ ແປງ ກັບໄປເຮືອນໄດ້ປະມານ 5 ນາທີ່. ທ້າວ ແປງ ໄດ້ກັບມາໂວຍວາຍຢູ່ບ່ອນຊຸມເຫຼົ້າເບຍ ແລະ ເອົາມີດທີ່ຈັບມານໍາຊີ້ໃສ່ໜ້າຂອງ ທ້າວ ແຍງ ຜູ້ເປັນອ້າຍ ທັງເວົ້າວ່າ: ມຶງບໍ່ຕ້ອງມາຫຍຸ້ງ. ແຕ່ຜູ້ກ່ຽວໄດ້ຕອບໄປວ່າ: ເປັນຫຍັງຊິບໍ່ຫຍຸ້ງ, ມຶງບໍ່ຕ້ອງເຮັດແນວນີ້, ອັນນີ້ແມ່ນໝູ່ຄູ່ຂອງນ້ອງ. ຖ້ານ້ອງເຮັດແບບນີ້ແມ່ນບໍ່ໃຫ້ກຽດອ້າຍ; ຈາກນັ້ນ, ທັງ 2 ຄົນ ກໍໄດ້ຖົກຖຽງກັນໄປມາ ແລ້ວ ທ້າວ ແຍງ ກໍກັບເມືອເຮືອນກ່ອນ; ແຕ່ທ້າວ ແປງ ໄດ້ນໍາມານາບຂູ່ ແລະ ຖຽງກັນຢູ່ເຮືອນ. ໃນເວລາທີ່ຖຽງກັນຢູ່ນັ້ນ ທ້າວ ແຍງ ຍ່າງໄປຈັບເອົາປືນກະບິນ ປະດິດທີ່ຢູ່ໃນຫ້ອງນອນ ເພື່ອຈະນາບຂູ່ບອກໃຫ້ນ້ອງເຊົາ. ແຕ່ຜູ້ເປັນນ້ອງຊາຍ ກໍໄດ້ເອົາມີດຂຶ້ນມາເພື່ອຊິຟັນ. ຈາກນັ້ນ, ຈຶ່ງໄດ້ເອົາປືນຍິງໃສ່ 1 ນັດ ຖືກບໍລິເວນກ້ອງນົມເບື້ອງຊາຍຈົນເຮັດໃຫ້ ທ້າວ ແປງ ລົ້ມລົງ ແລະ ເສຍຊີວິດຄາທີ່.

ພັຕ ວິໄລທອງ ຫຼວງອາໄພ ໃຫ້ຮູ້ ຕື່ມອີກວ່າ: ໄລຍະຜ່ານມາ, ທ້າວ ແປງ (ຜູ້ເສຍຊີວິດ) ຍັງໄດ້ພົວພັນເສບຢາເສບຕິດມາເປັນເວລາຫຼາຍປີແລ້ວ ແລະ ຜູ້ກ່ຽວຍັງເປັນບຸກຄົນທີ່ມີຈິດໃຈໂມໂຫໃຈຮ້າຍ-ໂວຍວາຍໃສ່ກັບຄົນອ້ອມຂ້າງ, ເມື່ອພໍ່-ແມ່ ຫຼື ອ້າຍ ແລະ ຜູ້ເປັນເມຍເວົ້າ ກໍຈະຮ້າຍ ພ້ອມທັງນາບຂູ່ ແລະ ທຸບຕີ.