ໂຄງການພັດທະນາເມືອງໃໝ່ ວັງວຽງ ຈະພຽບພ້ອມ ສິ່ງອຳນວຍຄວາມສະດວກ ແກ່ນັກທ່ອງທ່ຽວ

ຜ່ານການສຶກສາຄວາມເປັນໄປໄດ້ ຂອງບໍລິສັດ ພັດທະນາເມືອງໃໝ່ ວັງວຽງລາວ ຈຳກັດ ມາເປັນເວລາ 2 ປີກວ່າ ໄດ້ມີຄວາມຄືບໜ້າເປັນຢ່າງດີ ໂດຍໄດ້ສຳເລັດ 3 ໜ້າວຽກສຳຄັນ ຄື: ຜົນການສຶກສາຄວາມເປັນໄປໄດ້ ດ້ານເສດຖະກິດ-ເຕັກນິກ; ການປະເມີນຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງ ຄົມ; ການສຳຫລວດທີ່ດິນ ແລະ ການສ້າງແຜນນຳໃຊ້ທີ່ດິນ. ປັດຈຸບັນ, ບໍລິສັດ ໄດ້ສືບຕໍ່ເຂົ້າສູ່ຂັ້ນຕອນການເຈລະຈາ ສັນຍາສຳປະທານ ແລະ ກະກຽມວຽກງານກໍ່ສ້າງໂຄງການ ຊຶ່ງມີການປະສານສົມທົບແໜ້ນ ກັບ ລັດຖະບານ ແລະ ອຳນາດການປົກຄອງ ເພື່ອໃຫ້ໂຄງການນີ້ ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ.

ທ່ານ ຖັງ ຊິນຊວານ ປະທານບໍລິສັດ ພັດທະນາເມືອງໃໝ່ ວັງວຽງລາວ ຈຳກັດ ເປີດເຜີຍຕໍ່ນັກຂ່າວສານປະເທດລາວ ໃນວັນທີ 8 ຕຸລາ 2020 ນີ້ວ່າ: ໂຄງການ ຕັ້ງຢູ່ເບື້ອງຕາເວັນຕົກຂອງສາຍນ້ຳຊອງ ເມືອງວັງວຽງ ແຂວງວຽງຈັນ, ກວມເນື້ອທີ່ປະມານ 7.000 ເຮັກຕາ, ຊຶ່ງໄດ້ແບ່ງເປັນ 5 ໄລຍະການກໍ່ສ້າງ, ກຳນົດ 29 ປີ ໃນມູນຄ່າທັງໝົດ 5,3 ຕື້ໂດລາສະຫະລັດ ປະກອບດ້ວຍພື້ນຖານໂຄງລ່າງທີ່ແໜ້ນໜາ, ຖະໜົນຫົນທາງທີ່ມີມາດຕະຖານ, ຂົວຂ້າມນ້ຳຊອງ 4 ແຫ່ງ, ມີແຫລ່ງທ່ອງທ່ຽວທຳມະຊາດ, ສູນການຄ້າ, ໂຮງຮຽນ, ໂຮງໝໍ, ຫໍປະຊຸມນາໆຊາດ ແລະ ວັດວາອາຮາມທີ່ເປັນເອກະລັກ. ນອກນີ້, ຍັງຈະມີຂະແໜງທຸລະກິດ ທີ່ຫລາກຫລາຍ ທີ່ມີລັກສະນະປະສົມປະສານແບບທັນສະໄໝ; ຈະສ້າງເມືອງວັງວຽງ ໃຫ້ກາຍເປັນເມືອງແຫ່ງການທ່ອງທ່ຽວທີ່ມີຊື່ສຽງຂອງລາວ ກາຍເປັນເປັນສວນຫລັງບ້ານ ຂອງນະ ຄອນຫລວງວຽງຈັນ, ກາຍເປັນເມືອງພັກຜ່ອນຢ່ອນໃຈຂອງສາກົນ ແລະ ກາຍເປັນເມືອງທ່ອງທ່ຽວທີ່ມີເອກະລັກສະເພາະຂອງລາວນຳດ້ວຍ. ສິ່ງສຳຄັນໂຄງການນີ້, ຈະພຽບພ້ອມໄປດ້ວຍສິ່ງອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໃນອະນາຄົດ

ໂຄງການພັດທະນາເຂດໃໝ່ ວັງວຽງ ຈະເຮັດໃຫ້ປະຊາຊົນໃນເຂດໂຄງການ ກໍຄື ຊາວເມືອງວັງວຽງ ໄດ້ຮັບຜົນປະໂຫຍດຫລາຍຢ່າງ ເນື່ອງຈາກການກໍ່ສ້າງພັດທະນານັ້ນ ໄດ້ຮັກສາຄວາມສວຍສົດງົດງາມຂອງເມືອງວັງວຽງເອົາໄວ້, ສ້າງເປັນເມືອງທຳມະຊາດ ທີ່ເຮັດໃຫ້ນັກທ່ອງທ່ຽວຈາກທຸກມູມໂລກ ມັກວັງວຽງ, ຢາກມາພັກ, ບໍ່ຢາກເມືອ ແລະ ຍັງຢາກມາອີກ. ເສີມຂະຫຍາຍກິດຈະການທ່ອງທ່ຽວທີ່ມີຢູ່ແລ້ວ, ສ້າງສູນກາງການແລກປ່ຽນພຸດທະສາສະໜາ, ສວນສະໜຸກ, ຮ້ານຄ້າປອດພາສີ, ລົດໄຟຟ້າເພື່ອການ ທ່ອງທ່ຽວ, ສາມາດດຶງດູດນັກທ່ອງທ່ຽວມາທ່ຽວຢູ່ວັງວຽງໃຫ້ຫລາຍຂື້ນ, ສ້າງໃຫ້ວັງວຽງກາຍເປັນເມືອງສະ ຫວັນແຫ່ງການໃຊ້ຈ່າຍເພື່ອພັກຜ່ອນ. ປັບປຸງຊີວິດການເປັນຢູ່ຂອງປະຊາຊົນມີການປ່ຽນແປງດີຂຶ້ນ ແລະ ປັບປຸງເຂດບ້ານໃຫ້ມີຄວາມສວຍງາມ, ມີການຮັກສາສິ່ງແວດລ້ອມທີ່ດີບົນພື້ນຖານທີ່ວ່າ “ບໍ່ມີການຍົກຍ້າຍບ້ານ ບໍ່ມີການຍົກຍ້າຍປະຊາຊົນ”.

ສາມາດຊຸກຍູ້ເສດຖະກິດຂອງເມືອງວັງວຽງ ໃຫ້ພັດທະນາໄປໄວ, ສາ ມາດສ້າງອາຊີບທາງກົງໃຫ້ແກ່ປະຊາຊົນໃນເຂດທ້ອງຖິ່ນປະມານ 27.800 ຕຳແໜ່ງງານ, ຊຸກຍູ້ໃຫ້ຂະ ແໜງການອື່ນຂະຫຍາຍຕົວໄວ, ເຮັດໃຫ້ປະຊາຊົນ ແລະ ທຸກຂະແໜງການທຸລະກິດໄດ້ຮັບຜົນປະໂຫຍດໄປນຳກັນ. ເສີມຂະຫຍາຍ ແລະ ດຶງດູດການລົງທຶນ, ເພີ່ມຄວາມສາມາດດ້ານການບໍລິການໃຫ້ເມືອງວັງວຽງ, ເພີ່ມຊື່ສຽງຂອງເມືອງວັງວຽງໃຫ້ແກ່ສາກົນ. ຄຽງຄູ່ກັບການທີ່ກຳລັງຈະເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ແລະ ເສັ້ນທາງດ່ວນວຽງຈັນ-ວັງວຽງ, ໃນຕໍ່ໜ້າຈະມີນັກທ່ອງທ່ຽວຈາກທັງພາຍໃນ ແລະ ຕ່າງປະ ເທດເຂົ້າມາທ່ຽວເມືອງວັງວຽງ ປະມານ 9 ລ້ານເທື່ອຄົນຕໍ່ປີ ເພື່ອພັກຜ່ອນກັບທຳມະຊາດທີ່ສວຍງາມ, ຊຶ່ງຈຳເປັນຕ້ອງມີສິ່ງອຳນວຍຄວາມສະ ດວກຕ່າງໆເພື່ອຮອງຮັບ ເຊັ່ນ: ໂຮງແຮມ, ສະຖານທີ່ພັກຜ່ອນຕ່າງໆ ເພື່ອເຮັດໃຫ້ແຂກມາຫລິ້ນ ມາທ່ຽວ ດ້ວຍຄວາມມ່ວນຊື່ນ, ມາພັກຜ່ອນຢ່າງສະບາຍໃຈ ແລະ ມາກິນຢ່າງມີຄວາມສຸກ. ດັ່ງນັ້ນ, ໂຄງການພັດທະນາເຂດໃໝ່ ວັງວຽງ ຈຶ່ງຈຳເປັນທີ່ຕ້ອງມີການດຳເນີນໂດຍໄວ, ຊຶ່ງມີຄວາມຕ້ອງການໃຫ້ພາກສ່ວນລັດຖະບານສະໜັບສະໜູນ ແລະ ຊ່ວຍເຫລືອຕາມຄວາມເໝາະສົມ.

ຂ່າວ-ພາບ:ຣາຊະວົງສ໌