ເຫດ! ເມົາຢາບ້າ ອາລະວາດຄອບຄົວ ພ້ອມຂູ່ ( ຈູດເຮືອນ )

ໃນຄືນວັນທີ 05 ພຶດສະພາ 2020 ເວລາ 20:00 ໂມງ ໄດ້ມີພົນລະເມືອງດີແຈ້ງ ກອງພັນປ້ອງກັນເຄື່ອນທີ່ ນະຄອນຫຼວງວຽງຈັນ ໃນຂະນະອອກກວດກາລາດຕະເວນ ໃນຂອບເຂດທີ່ຮັບຜິດຊອບ ວ່າ: ມີຊາຍຄົນໜື່ງເມົາຢາບ້າ ແລ້ວອາລະວາດທຸບເຄື່ອງຂອງ ພ້ອມທັງຂູ່ຈະຈູດເຮືອນ ແລະ ທໍາຮ້າຍຮ່າງກາຍຄົນໃນເຮືອນ ຢູ່ບ້ານປາກທ້າງ ເມືອງສີໂຄດຕະບອງ.

ຈາກນັ້ນ, ເຈົ້າໜ້າທີ່ກອງພັນປ້ອງກັນເຄື່ອນທີ່ ນວ, ຈິ່ງນໍາກໍາລັງວິຊາສະເພາະລົງສົມທົບກັບ ປກສ ກຸ່ມ ໜອງດ້ວງ ແລະ ການຈັດຕັ້ງບ້ານປາກທ້າງ ເມືອງສີໂຄດຕະບອງ ເຂົ້າຈັບຕົວ ທ້າວ ສົມພອນ ອາຍຸ 35 ປີ, ອາຊີບກໍາມະກອນ ຢູ່ບ້ານປາກທ້າງ ເມືອງສີໂຄດຕະບອງ ໃນຂະນະທີ່ກໍາລັງຂີ່ລົດຈັກອອກຈາກເຮືອນ.

ທ້າວ ສົມພອນ ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ໃນມື້ເກີດເຫດຜູ້ກ່ຽວໄດ້ເສບຢາບ້າ 3 ເມັດ ແຕ່ຍັງຢາກເສບອີກ ຈິ່ງຂໍເງິນນໍາແມ່ເພື່ອໄປຊື້ຢາມາເສບ ແຕ່ແມ່ບໍ່ໃຫ້ຕົນເອງຈິ່ງເກີດຄວາມໂມໂຫ ແລ້ວອາລະວາດທຸບເຄື່ອງຂອງ ແລະ ຂູ່ຈະຈູດເຮືອນ, ທໍາຮ້າຍຮ່າງກາຍຄົນໃນຄອບຄົວ

ມາຮອດເວລາ 20:30 ໂມງ ຈິ່ງຖືກເຈົ້າໜ້າທີ່ເຂົ້າຈັບຕົວ ແລ້ວສົ່ງໃຫ້ໜ່ວຍງານວິຊາສະເພາະ ປກສ ເມືອງສີໂຄດຕະບອງ ດໍາເນີນຄະດີ.

ແຫຼ່ງທີ່ມາ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ