ລາວ ກະກຽມທົດລອງສັກວັກແຊັງ ຕ້ານໄວຣັດໂຄວິດ-19 ໄລຍະທີ 3 ກັບ ສະຫະພັນຣັດເຊຍ

ໜັງສືພິມ ວິທະຍາສາດ ແລະ ການພັດທະນາ, ກອງປະຊຸມປຶກສາຫາລື ກ່ຽວກັບຄວາມເປັນໄປໄດ້ໃນການນຳໃຊ້ວັກແຊັງ ສະປຸດນິກ 5 (Sputnik V) ເຂົ້າໃນການທົດລອງສັກວັກແຊງ ຕ້ານເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 2 ຕຸລາ 2020 ຜ່ານມາ ທີ່ຫ້ອງປະຊຸມຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໂດຍຜ່ານລະບົບກອງປະຊຸມທາງໄກ ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງສາທາລະນະສຸກ ຊຶ່ງຕາງໜ້າໃຫ້ ສປປ ລາວ ກັບ ບໍລິສັດ ຜູ້ຜະລິດວັກແຊັງຕ້ານເຊື້ອພະຍາດໂຄວິດ-19 ສະຫະພັນຣັດເຊຍ (ຊຶ່ງແມ່ນກອງທຶນການລົງທຶນໂດຍກົງຂອງລັດຖະບານຣັດເຊຍ).

ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມທາງໄກໃນຄັ້ງນີ້ ໂດຍມີ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ສປປ ລາວ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການຮ່ວມມື ນໍາໃຊ້ວັກແຊັງ Sputnik V ເພື່ອນຳເຂົ້າ, ຜະລິດ ແລະ ທົດລອງສັກວັກແຊັງຕ້ານເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ.

ໃນກອງປະຊຸມຄັ້ງນີ້ ທັງສອງຝ່າຍໄດ້ປຶກສາຫາລື, ປະກອບຄຳຄິດຄໍາເຫັນ ແລະ ເຫັນດີເປັນເອກະພາບທີ່ຈະຮ່ວມມືກັນ ໂດຍມອບໃຫ້ສອງຝ່າຍທີ່ກ່ຽວຂ້ອງ ສືບຕໍ່ລົງເລິກໃນລາຍລະອຽດຕ່າງໆ ແລະ ຮ່າງສັນຍາຮ່ວມມືສອງຝ່າຍ ເພື່ອລົງນາມຮ່ວມມືນຳກັນ ແລະ ຈັດຕັ້ງປະຕິບັດໃນຕໍ່ໜັາ.

ກອງປະຊຸມປຶກສາຫາລືຜ່ານມາ ໃນເບື້ອງຕົ້ນ ລາວ-ຣັດເຊຍ ໂດຍແມ່ນ ບໍລິສັດ ລັດວິສາຫະກິດໂຮງງານຜະລິດຢາເລກ 3 ແລະ ບໍລິສັດ ແອັດແລນຕິກພາມາ ຈໍາກັດ (Atlantic Pharma Co.,Ltd) ແມ່ນເປັນຜູ້ກະກຽມໃຫ້ແກ່ກອງປະຊຸມທາງໄກ ໃນການປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການຮ່ວມມື ເພື່ອນໍາເຂົ້າ, ຜະລິດ ແລະ ທົດລອງສັກວັກແຊັງຕ້ານເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ.

ໃນກອງປະຊຸມ ມີທ່ານ ອາຣ໌ຕາໂມໂນຟ ອາເລັກຊານດຣ໌ ທູດທີ່ປຶກສາ ຣັດເຊຍ ປະຈຳ ສປປ ລາວ, ທ່ານ ພູວົງ ສູ້ຍຍະວົງ ປະທານບໍລິສັດແອັດແລນຕິກ ອິນເຕີເນເຊິນແນວ ກຣຸບ ຈໍາກັດຜູ້ດຽວ, ມີບັນດາຫົວໜ້າກົມ, ສະຖາບັນ ຂອງສອງກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂ່າວ ແລະ ພາບ: ບາລະຄອນ ສຸວັນນະພາສີ