ສຸດເສົ້າ! ອະດີດບັນນາທິການຫນັງສືພິມກອງທັບ ໂດດຕຶກເສຍຊິວິດ ພ້ອມຈົດໝາຍລາຕາຍ ທີ່ໂຮງໝໍ 103

ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ໃນຕອນເຊົ້າວັນທີ່ 7 ພຶດສະພາ 2020 ເກີດເຫດສະຫຼົດໃຈ ມີຄົນໂດດຕຶກ ເສຍຊິວິດ ທີ່ ໂຮງໝໍ 103 ນະຄອນຫຼວງວຽງຈັນ

ຜູ່ເສຍຊີວິດເປັນເພດຊາຍ, ເຈົ້າໜ້າທີ່ໄດ້ມີການກວດສອບ ພົບເຫັນ ຈົດໝາຍລາຕາຍ ໂດຍໃຫ້ເຫດຜົນເລື່ອງສຸຂະພາບ.

ຕໍ່ມາຮູ້ວ່າຜູ່ກ່ຽວຊື່: ທ່ານ ພັນໂທ ສົມໃຈ ຈັນທະວົງ, ອະດີດບັນນາທິການຫນັງສືພິມກອງທັບ, ເປັນນັກຂ່າວ​, ນັກປະພັນ​ ທີ່ເຄີຍໄດ້ຮັບລາງວັນຊີໄຣ,​ ລາງວັນ​ວັນນະກຳແມ່ນ້ຳຂອງ, ລາງວັນ​ສິນໄຊແຫ່ງຍຸກສະໄໝ ເຈົ້າ​ຂອງ​ນາມປາກກາ ສ ພວງດອກຊ້ອນ,​ ກະແສ​ຟອງ,​ ສາຍຫ້ວຍໃສ.

ສະນັ້ນ, ທາງທີມງານ ສື່ລາວ ຂໍສະແດງຄວາມເສົ້າສະຫລົດໃຈ ແລະ ແບ່ງເບົາຄວາມທຸກໂສກມາຍັງຄອບຄົວ ແລະ ການຈັດຕັ້ງນະທີນີ້ດ້ວຍ ຂໍໃຫ້ດວງວິນຍານຂອງ ສຫ ສົມໃຈ ຈັນທະວົງ ຈົ່ງໄປສູ່ສຸຄະຕິດ້ວຍເທີ້ນ!