ວັດຮ້າງກາງທົ່ງນາຖືກຄົນລັກຂຸດບີສິມໄປແລ້ວ

ເມື່ອວັນທີ 5 ຕຸລາ 2020 ຈາກພຣະອົງໜື່ງໄດ້ໂພສລົງເຟສບຸກວ່າ “ສິມຂອງວັດຮ້າງແຫ່ງໜຶ່ງກາງທົ່ງນາ ໃກ້ກັບ ສວນສັດບ້ານເກີນ ແຂວງວຽງຈັນ ຕາມທີ່ໄດ້ຟັງມາ ບືສິມໄດ້ຖືກຄົນຂີ້ລັກຂຸດໄປແລ້ວ ເຊິ່ງເຂົາໄດ້ຂຸດດັ້ນພື້ນດິນໄປຂົນເອົາ. ຊາວບ້ານໄດ້ຍ້າຍວັດຈາກບ່ອນນີ້ຂຶ້ນໄປທາງທິດເໜືອ ບ່ອນທີ່ມີທີ່ຕັ້ງສູງກວ່າ ແຕ່ກໍຍັງຮັກສາສິມນີ້ໄວ້ໃຫ້ໄດ້ຂາບໄຫວ້ສັກກາຣະບູຊາ.

ເມື່ອເຫັນສະຖານທີ່ແບບນີ້ແລ້ວ ເຮັດໃຫ້ຄວາມຄິດທີ່ເຄີຍຢາກມີວັດກາງທົ່ງນາ ເພື່ອແນມເບິ່ງເຂົ້າຂຽວໆ ມີຕົ້ນໄມ້ຮົ່ມເຢັນ ກໍເກີດຂຶ້ນໃນໃຈອາດຕະມາອີກ.”