ມອບ-ຮັບ ໃບຢັ້ງຢືນຖິ່ນກໍາເນີດ ຜ້າໄໝ ຫົວພັນ

ໃນວັນທີ 7 ຕຸລາ 2020 ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ), ຮ່ວມກັບ ແຂວງຫົວພັນ ໄດ້ຈັດພິທີມອບໃບຢັ້ງຢືນ ຖິ່ນກໍາເນີດ ຜ້າໄໝຫົວພັນ ໃຫ້ສະ ມາຄົມສົ່ງເສີມຜ້າໄໝຫົວພັນ ຢ່າງເປັນທາງການ, ພິທີດັ່ງກ່າວຈັດຂຶ້ນ ທີ່ເມືອງຊຳເໜືອ ແຂວງຫົວພັນ. ມອບໂດຍ ທ່ານ ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມ ຊັບສິນທາງປັນຍາ, ກວຕ ແລະ ຮັບໂດຍທ່ານ ນາງ ແພງ ຈັນທະຈິດ ປະທານສະມາຄົມສົ່ງເສີມ ຜ້າໄໝຫົວພັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກວຕ, ນາງ ແພງ ກັນຍາພິມ ຮອງເຈົ້າແຂວງຫົວພັນ, ທ່ານ ບຸນຕີ ທະມິດ ປະທານສະພາມາດ ຕະຖານແຫ່ງຊາດ, ມີບັນດາຫົວໜ້າພະແນກ ວຕ, ຮອງພະແນກ ວຕ, ສະມາຄົມສົ່ງເສີມ ຜ້າໄໝຫົວພັນ, ຂະແໜງການທີ່ກ່ຽວຂ້ອງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.

ໃນພິທີມອບ-ຮັບໃນຄັ້ງນີ້, ທ່ານ ນາງ ແພງ ກັນຍາພິມ ກ່າວວ່າ: ແຂວງຫົວພັນ ເປັນແຂວງທີ່ອຸດົມສົມບູນ ໄປດ້ວຍຊັບພະຍາກອນ ທຳມະຊາດ, ມີເອກະລັກທາງ ດ້ານວັດທະນະທໍາ ແລະ ມີປະ ຫວັດສາດ ຄວາມເປັນມາແຕ່ດຶກດຳບັນ, ມີບົດບາດຕໍ່ຂະບວນ ປະຕິວັດປົດປ່ອຍປະເທດຊາດ. ການປູກມ້ອນ-ລ້ຽງມ້ອນ-ສາວໄໝ ແລະ ການຕ່ຳຫູກຢູ່ແຂວງຫົວພັນ ກໍໄດ້ມີມູນເຊື້ອ ສືບທອດ ກັນມາແຕ່ບູຮານນະການ ຜ່ານຫລາຍເຊັ່ນຄົນ, ໂດຍໄດ້ມີການພັດທະນາ, ປະດິດຄິດສ້າງລວາດລາຍອັນປານີດ, ເປັນເອກະລັກ ໂດດເດັ່ນມາແຕ່ດຶກດຳບັນ, ຜ້າໄໝຫົວພັນ ມີຄຸນນະພາບພິເສດ ຍ້ອນຄວາມອ່ອນນຸ້ມ, ໜາ ແໜ້ນ ແລະ ເງົາງາມ ຍ້ອນນໍາໃຊ້ໃບມອນ ແລະ ໂຕມ້ອນພັນພື້ນເມືອງ ທີ່ຜ່ານການປູກ, ການລ້ຽງ, ການສາວໄໝ, ຍ້ອມສີທຳມະຊາດ ແລະ ການຕໍ່າຜ້າໄໝ ທີ່ນຳໃຊ້ກໍາມະວິທີ, ພູມປັນຍາທ້ອງຖິ່ນແບບດັ້ງເດີມ, ຊຶ່ງໄດ້ມີການຂະຫຍາຍຕົວເປັນລໍາດັບ ຈາກການຜະລິດຮັບໃຊ້ ແບບຄອບຄົວມາຜະລິດເປັນສິນຄ້າ, ນຳໄປວາງສະແດງ ທັງພາຍໃນ ແລະ ຕ່າງປະເທດ, ເຄີຍໄດ້ຮັບລາງວັນຊະນະເລີດ ຫລາຍລະດັບທັງພາຍໃນ ແລະ ຕ່າງປະເທດ ຈຶ່ງເຮັດໃຫ້ຜະລິດຕະພັນ ຜ້າໄໝຫົວພັນ ມີຊື່ສຽງໂດ່ງດັງ ແລະ ເປັນທີ່ຮູ້ຈັກ ຂອງສັງຄົມ ສາມາດສ້າງລາຍຮັບ ແລະ ແກ້ໄຂຄວາມທຸກຍາກ ໃຫ້ປະຊາຊົນບັນດາເຜົ່າ ໃນທົ່ວແຂວງຫົວພັນ.

ຍ້ອນແນວນັ້ນ, ຈຶ່ງໄດ້ກໍານົດເອົາຜ້າໄໝຫົວພັນ ຈຳນວນ 19 ລາຍການ ຄື: ແພ ຕໍ່າດ້ານ, ແພຍົກດອກ, ແພເກັດ, ຜ້າຂັນເຊີງ, ຜ້າບ່ຽງ, ຜ້າຕູ້ມ, ຜ້າພັນຄໍ, ຜ້າປູໂຕະ, ຜ້າຫ້ອຍຝາ, ຜ້າຮອງຈານ, ຜ້າປົກບ່ອນ, ສົບໝອນ, ຜ້າແຂບເສື້ອ, ແຂບຖົງ, ແຂບກະເປົາ, ແຂບຖົງພາຍ ແຂບເສື້ອ, ສິ້ນຕິນສູງ, ສິ້ນຕິນກາງ, ສິ້ນຕິນນ້ອຍ, ສິ້ນໝີ່, ສິ້ນສອງດູກ, ສິ້ນຕໍ່ຫົວ, ສິ້ນຕໍ່ຕີນ, ສິ້ນມຸກ ເພື່ອປົກປ້ອງເປັນຖິ່ນກໍາເນີດ ແນໃສ່ຊຸກຍູ້ສົ່ງເສີມ ຫົວຄິດປະດິດສ້າງ ທີ່ເປັນພູມປັນຍາທ້ອງຖິ່ນ ແບບດັ້ງເດີມທີ່ມືຊື່ສຽງແລ້ວນັ້ນ ໃຫ້ໄດ້ຮັບການປົກປ້ອງ ເປັນຊັບສິນທາງປັນຍາ ຂອງຄົນທ້ອງຖິ່ນແຂວງຫົວພັນ, ຊຶ່ງຈະສາມາດນໍາໄປໂຄສະນາ ເອກອ້າງເອກະລັກ ສະເພາະຂອງຜ້າໄໝຫົວພັນ ໃຫ້ເປັນທີ່ຮັບຮູ້ຢ່າງ ກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ ແນໃສ່ສ້າງມູນຄ່າເພີ່ມ ໃຫ້ຜ້າໄໝເທື່ອລະກ້າວ.

ນອກຈາກນັ້ນ, ຍັງໄດ້ມອບໃບຮັບຮອງ ການແຈ້ງຂໍ້ມູນລິຂະສິດ ໃນຜົນງານດ້ານ ສິລະປະກຳລາຍຜ້າໄໝ ຈຳນວນ 7 ຜົນງານ ຄື: ລາຍເກາະແຜ່ນທີ່, ລາຍເກາະຖໍ້າຍັກ, ລາຍເກາະເມືອງໄຊ, ລາຍເກາະຖໍ້າແມ, ລາຍເກາະປົດປ່ອຍຜາຖີ່, ລາຍເກາະປ່າໄມ້ ແລະ ລາຍເກາະ ເມືອງວິລະຊົນຊຳ   ເໜືອ, ຊຶ່ງມອບໂດຍ ທ່ານ ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າ ກົມຊັບສິນທາງປັນຍາ, ກວຕ ແລະ ຮັບໂດຍ ທ່ານ ນາງ ພັນ ພູມານີວົງ ເຈົ້າຂອງຜົນງານດ້ານສິລະປະກຳ. 

​ຂ່າວ-ພາບ: ສືພິມວິທະຍາສາດ-ການພັດທະນາ