ຂ່າວດ່ວນ ນ້ຳຖ້ວມບາງພື້ນທີ່ເຂດເມືອງເຊໂປນແລ້ວ
ວັນທີ 8 ຕຸລາ 2020 ຫຼາຍບ້ານໃນເມືອງເຊໂປນ ແຂວງສະຫວັນນະເຂດ ຖືກນໍ້າຖ້ວມ ເນື່ອງຈາກໄດ້ຮັບຜົນກະທົບຈາກພາຍຸ ເຮັດໃຫ້ມີຝົນຕົກໜັກໃນໄລຍະ 1-2 ວັນທີ່ຜ່ານມາ

ສົ່ງຜົນໃຫ້ນໍ້າໃນຫ້ວຍໃນເຊເພີ່ມສູງຂື້ນສະພາບໂດຍລວມຂອງເມືອງເຊໂປນໃນປະຈຸບັນມີນໍ້າຖ້ວມແລ້ວຫຼາຍພື້ນທີ່ ຕາມແຄມສາຍເຊໂປນ,ເຊບັ້ງຫຽງ,ເຊກອກ ແມ່ນໄດ້ຮັບຜົນກະທົບໝົດ.

ວອນຂໍຄວາມຊ່ວຍປະເພດນ້ຳດື່ມ ເຂົ້າສານອາຫານແຫ້ງ ທາງອາສາພວກເຮົາຈະລວບລວມສີ່ງຂອງດັ່ງກ່າວ ໄປໃຫ້ປະຊາຊົນທີ່ຖືກກະທົບ ເຂດເມືງເຊໂປນ ພ້ອມນຳທີມ ກູ້ໄພທາງນ້ຳ ແລະ ເຮືອ ອອກຊ່ວຍເຫຼືອປະຊາຊົນ

.

.

.

.

.

.

.

.

ສາມາດຕິດຕໍ່ຕາມຂໍ້ມູນຄື020 28285454 ໜ່ວຍກູ້ໄພ ສະຫວັນນະເຂດ