ຄູ ຜູ້ອຸທິດທັງແຮງກາຍແຮງໃຈ ນຳພາຈົນນ້ອງມິນລີ້ ໄດ້ກ້າວສູ່ເວທີນັກຮ້ອງ

ຂໍຍົກຍ້ອງຄູ ໂພໄຊ ຄຳມະນີ ຜູ້ທີອຸທິດແຮງກາຍແຮງໃຈເພື່ອການສຶກສາ ແລະກະຕຸກຊຸກຍູ້ນ້ອງນັກຮຽນໃຫ້ມີໂອກາດ ທີມີພອນສະຫວັນ ຈົນກ້າວໄປສູ່ເວທີ ໃຫ້ສັງຄົມຮັບຮູ້ ນັ້ນກໍ່ຄືການນຳພາ ນ້ອງມິນລີ້ ມາປະກວດຮ້ອງເພງ ທີ່ສູນການຄ້າທົ່ງຂັນຄຳ TKk ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໃນວັນທິດ ທີ 4 ຕຸລາ 2020 ຈົນໄດ້ຄອງຊະນະເລີດ

ນ້ອງມິນລີ້ ອາຍຸ 7 ປີ ຮຽນຢູ່ຫ້ອງ ປ 3 ໂຮງຮຽນ ໂຄກສະຫວ່າງ ຢູ່ບ້ານໂຄກ ເມືອງຍົມມະລາດ ແຂວງຄຳມ່ວນ

ເມື່ອເຂົ້າໄປເບິ່ງ Facebook ຂອງຄູໂພໄຊ ຄຳມະນີ https://www.facebook.com/profile.php?id=100033148821997 ຈະເຫັນທຸກການເຄື່ອນໄຫວ ຂອງການນຳພານ້ອງມິນລີ້ ເຂົ້າມາຮ່ວມແຂ່ງຂັນ ຈົນຮອດນຳລາງວັນທີໄດ້ນັ້ນກັບໄປສູ່ຄອບຄົວ ແບ່ງເຄື່ອງລາງວັນທີໄດ້ໃຫ້ຄອບຄົວ ທັງນ້ອງ ອ້າຍ ພໍ່ແມ່ ກໍ່ດີໃຈເປັນທີສຸດ ຜົນງານທີໄດ້ຮັບມານີ້ ກໍ່ຍ້ອນຄູໂພໄຊ ຄຳມະນີ ທີເປັນຜູ້ຢູ່ເບື້ອງຫລັງແຫ່ງຄວາມສຳເລັດ

ເນືອງໃນວັນຄູແຫ່ງຊາດ ວັນທີ 07 ຕຸລາ 2020 ນີ້ຂໍໃຫ້ຄຸນງາມຄວາມດີ ທີຄູທັງຫລາຍໄດ້ອຸທິດເຫື້ອແຮງທັງກາຍແລະໃຈ ໃຫ້ລູກສິດທຸກໆຄົນນັ້ນ ຈຶ່ງມີແຕ່ຄວາມຜາສຸຂ ໃນຊີວິດ ແລະວຽກງານເນີ

ຄລິບ: