ສຶກສາອົບຮົມສາວຂາຍປະເວນີ 15 ຄົນ ພ້ອມເຈົ້າຂອງຮ້ານ 3 ຄົນ

ໃນວັນທີ 28 ກັນຍາ 2020, ເວລາປະມານ 13:00 ໂມງ ຢູ່ທີ່ສະໂມສອນ ກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ພັທ ບຸນກອງ ພົມມະວົງສາ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ນວ ໄດ້ສຶກສາອົບຮົມເຈົ້າຂອງຮ້ານອາຫານ ແລະ ຮ້ານກີນດື່ມ ທີ່ແອບແຝງການຄ້າຂາຍປະເວນີ ຈໍານວນ 3 ຮ້ານ ພ້ອມດ້ວຍສາວຂາຍປະເວນີຈໍານວນ 15 ຄົນ ທີ່ຖືກກັກຕົວ ໄດ້ໃນວັນທີ 24 ກັນຍາ 2020 ເພື່ອໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈເຖິງກົດໝາຍ ໂດຍສະເພາະແມ່ນກົດໝາຍອາຍາມາດຕາ 254 ວ່າດ້ວຍການຄ້າປະເວນີຂອງບຸກຄົນອື່ນ ແລະ ກົດໝາຍອາຍາມາດຕາ 260 ວ່າດ້ວຍການຂາຍປະເວນີ; ພ້ອມທັງໃຫ້ຢຸດເຊົາພຶດຕິກໍາດັ່ງກ່າວທັນທີ.

ໃນການສຶກສາອົບຮົມໃນຄັ້ງນີ້ ພັທ ບຸນກອງ ພົມມະວົງສາ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຍົກໃຫ້ພວກກ່ຽວເຫັນເຖິງກົດໝາຍອາຍາເປັນຕົ້ນແມ່ນ ກົດໝາຍອາຍາກ່ຽວກັບການຄ້າປະເວນີ ບຸກຄົນໃດຫາກຫາລາຍໄດ້ດ້ວຍການຄ້າປະເວນີ ຈະໃນຮູບການໃດກໍຕາມ ຈະຖືກລົງໂທດຕັດອິດສະລະພາບແຕ່ 6 ເດືອນຫາ 3 ປີ ແລະ ຖືກປັບໃໝແຕ່ 5.000.000 ກີບຫາ10.000.000 ກີບ; ແລະ ບຸກຄົນໃດຫາກຫາກິນດ້ວຍການຂາຍປະເວນີໃຫ້ຜູ້ອື່ນເສບສົມ ຈະຖືກລົງໂທດຕັດອິດສະລະພາບແຕ່ 3 ເດືອນຫາ 1 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບ ໃໝແຕ່ 50.000 ກີບຫາ 500.000 ກີບ ( ໂດຍອີງໃສ່ກົດໝາຍ ແລະ ນິຕິກໍາໃນຂົງເຂດການປົກຄອງ ແລະ ຍຸຕິທໍາ ປີ 2011; ພ້ອມທັງ ບອກໃຫ້ເຂົາເຈົ້າຢຸດເຊົາຕໍ່ພຶດຕິກໍາດັ່ງກ່າວ ຫັນມາປະກອບອາຊີບທີ່ສຸດຈະລິດເປັນຄົນດີຂອງສັງຄົມ. ເພາະມັນຜິດຕໍ່ຮິດຄອງປະເພນີອັນດີງາມຂອງຊາດລາວເຮົາ ແລະ ຜິດຕໍ່ລະບຽບກົດໝາຍຂອງ ສ ປປລາວ.

ໃນຕອນທ້າຍ ພັທ ບຸນກອງ ພົມມະວົງສາ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ຜູ້ຊື້ນໍາພະແນກຕໍາຫຼວດ ຍັງໄດ້ຮຽກຮ້ອງໃຫ້ບັນດາຊາຍໜຸ່ມ, ຍິງສາວທີ່ມາຈາກຕ່າງແຂວງ, ນັບທັງໃນຕົວເມືອງ ທີ່ມີຈຸດປະສົງມາຊອກຫາວຽກເຮັດງານທໍາ ຢູ່ນະຄອນຫຼວງວຽງຈັນ ຈົ່ງມີສະຕິເຄົາລົບຕໍ່ລະບຽບກົດໝາຍ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ.

ພາບ-ຂ່າວ: ປກສ ນວ