ມື້ນີ້ຄູໂພໄຊ ແລະ ທີມງານນຳຈຳນວນເງິນທີ່ໄດ້ຮັບຈາກຜູ້ໃຈບຸນ ແລະ ເງິນລາງວັນ ໃຫ້ນ້ອງ ມິນລີ້

ມື້ນີ້ໄດ້ເອົາລາຍລະອຽດ ຈຳນວນເງິນທີ່ມິນລີ້ໄດ້ຮັບຈາກຜູ້ໃຈບຸນ ແລະ ເງິນລາງວັນ (ລາຍຊື່ຜູ້ອຸປະຖຳແມ່ນຢູ່ຮູບທີ່1) ສຳຫລັບເງິນໄດ້ຮັບທັງຫມົດແມ່ນ 4,540,000ກີບ

ລວມເງິນລາງວັນ ສ່ວນຄ່າໃຊ້ຈ່າຍໃນລະຫວ່າງໄປປະກວດ 7 ວັນ ແມ່ນຫມົດໄປ 889,000ກີບ

ລວມຄ່າລົດໄປກັບ ຍອດເງິນທີ່ຍັງເຫລືອທັງຫມົດແມ່ນ 3,651,000ກີບ ແມ່ນໄດ້ມອບໃຫ້ທາງຄອບຄົວນ້ອງມິນລີ້ ເດີ້

ຂໍຂອບໃຈຜູ້ໃຈດີທີ່ອຸປະຖຳມິນລີ້ໃນການໄປປະກວດ ມິນລີ້ມີມື້ນີ້ແມ່ນຍ້ອນທ່ານທີ່ຊ່ວຍເຫລືອນ້ອງ

ຂໍຂອບໃຈ ອ້າຍ ບຸນຍັງຕະວະ ຖິ່ນນໍ້າບາກ ທີ່ຊ່ວຍຊີ້ທາງ ແລະເສຍສະຫຼະເວລາເພື່ອນ້ອງ

ຄລິບ: