ອຸຕຸເຕືອນ ອາກາດຈະຮ້ອນຫາຮ້ອນເອົ້າ ພ້ອມມີພາຍຸລະດູຮ້ອນ ຝົນຕົກ, ຟ້າຜ່າ, ໝາກເຫັບຕົກ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ເຕືອນສະພາບອາກາດອາທິດນີ້ຈະຮ້ອນຫາຮ້ອນເອົ້າຂຶ້ນຕື່ມ ເປັນຕົ້ນພາກເໜືອດ້ານຕາເວັນຕົກ, ພາກກາງ ແລະ ພາກໃຕ້ ອຸນຫະພູມສູງສຸດເຖິງ 40 ອົງສາ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະເກີດມີລົມພາຍຸລະດູຮ້ອນ ຝົນຕົກ, ຟ້າຜ່າ, ໝາກເຫັບຕົກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກບົດລາຍງານເລກທີ 0461/ກອຕທ, ນະຄອນຫຼວງວຽງຈັນ, ວັນທີ 4 ພຶດສະພາ 2020 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 4 ຫາ 10 ພຶດສະພາ 2020 ວ່າ: ໃນໄລຍະວັນທີ 4 ຫາ 7 ພຶດສະພາ 2020 ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນເອົ້າຍັງຈະມີກຳລັງປານການປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫ່ຍ ຊຶ່ງຈະເຮັດໃຫ້ອາກາດຮ້ອນຫາຮ້ອນເອົ້າຫຼາຍຢູ່ທົ່ວໄປພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ຈາກນັ້ນວັນທີ 8 ຫາ 10 ພຶດສະພາ 2020 ຄວາມກົດດັນອາກາດຕໍ່ຂອງອາກາດຮ້ອນເອົ້າຈະເພີ່ມກໍາລັງແຮງຂື້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ຊຶ່ງຈະເຮັດໃຫ້ອາກາດຮ້ອນເອົ້າຂື້ນຕື່ມພ້ອມມີໝອແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະເກີດມີລົມພາຍຸລະດູຮ້ອນ, ຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ, ຟ້າຜ່າ ແລະ ໝາກເຫັບຕົກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພ້ອມນັ້ນ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ຍັງມີຄໍາເຕືອນເນື່ອງຈາກວ່າໃນໄລຍະວັນທີ 8 ຫາ 10 ພຶດສະພາ 2020 ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນເອົ້າຍັງຈະມີກຳລັງແຮງເພີ່ມຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ພ້ອມດຽວກັນລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເກີດມີພາຍຸລະດູຮ້ອນ ໃນລັກສະນະຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ ຢູ່ຕາມບາງທ້ອງຖິ່ນໃນແຕ່ລະພາກ.

ໃນໄລຍະທ້າຍຕອນບ່າຍ ຫາ ກາງຄືນ ຊຶ່ງຈະເຮັດໃຫ້ມີຟ້າຜ່າ, ຕົ້ນໄມ້ໃຫຍ່ ແລະ ເສົາໄຟຟ້າຫັກລົ້ມ, ເຮືອນ-ຕຶກອາຄານ ເປ່ເພ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນໃຫ້ຫຼີກລ້ຽງຢູ່ບ່ອນເປີດແປນ, ພ້ອມມີສະຕິລະມັດລະວັງຕໍ່ສະພາບອາກາດຮ້າຍແຮງດັ່ງກ່າວທີ່ອາດຈະເກີດຂຶ້ນໄດ້.