ຈາກ​ໄປ​ຢ່າງ​ສະ​ຫງົບ ຫຼັງ​ສູ້​ກັບ​ມະ​ເຮັງ​ມາ​ດົນ ສາວ ມິມີ່ ທີ່​ກ່ອນ​ໜ້າ​ນີ້ຫຼາຍ​ຄົນ​ຮ່ວມ​ບໍ​ລິ​ຈາກ​ເລືອດ​ກຸ໊ບ B

ຂ່າວເສົ້າສາວ​ມິ​ມີ່ ທີ່​ກ່ອນ​ໜ້າ​ນີ້ ເຄີຍ​ລົງ​ຂ່າວ ຂໍ​ບໍ​ລິ​ຈາກ​ເລືອດ​ໃຫ້ ປັດ​ຈຸ​ບັນ​ຈາກ​ໄປ​ແລ້ວ​ຢ່າງ​ສະ​ຫງົບ ວັນ​ທີ 5 ຕຸ​ລາ 2020 ໄວ​ພຽງ 28 ປີ , ສາວ​ມິ​ມີ່ ​ເປັນ​ຊາວ​ໜຸ່ມ​ຍິງ​ທີ່​ເກັ່ງ​ຮອບ​ດ້ານ ຫຼາຍ​ຄົນ​ຮູ້​ຈັກ​ດີ, ເປັນ​ຊາວ​ໜຸ່ມ ອາດີດຊາວໜຸ່ມລາວ ໂຄງການຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ ຄັ້ງທີ 44 ປະຈໍາປີ 2017

ນາງ ສຸຈິດຕາ ຄໍາມຸງຄຸນາ ຫຼື ມິມີ່ (ໃຫຍ່) ເສຍຊີວິດໃນໄວພຽງ 28 ປີ ພາຍຫຼັງທີ່ໄດ້ຕໍ່ສູ້ກັບໂລກມະເຮັງມາເປັນເວລາຫຼາຍປີ. ເຖິງມິມີ່ຈະເປັນຜູ້ຍິງຕົວນ້ອຍ ແຕ່ກໍ່ມີຈິດໃຈເຂັ້ມແຂງທີ່ຈະຕໍ່ສູ້ກັບໂຣກຮ້າຍນີ້ຈົນເຖິງວາລະສຸດທ້າຍຂອງຊີວິດ.

ຊ່ວງເວລາໜຶ່ງທີ່ຮ່າງກາຍກັບມາແຂງແຮງ ມິມີ່ກໍ່ໄດ້ເຂົ້າຮ່ວມໂຄງການເດີນທະເລໃນປີ 2017 ອັນເປັນໜຶ່ງຄວາມພາກພູມໃຈສູງສຸດຂອງລາວ ຕະຫຼອດໄລຍະທີ່ຮູ້ຈັກກັບມິມີ່ໃນຖານະລຸ້ນອ້າຍ-ເອື້ອຍຮ່ວມໂຄງການ ລາວບໍ່ເຄີຍສະແດງຄວາມບອບບາງຫຼືອ່ອນແອໃຫ້ເຮົາເຫັນແຕ່ຢ່າງໃດ ເຊິ່ງໜ້າຊື່ນຊົມຫົວໃຈລາວຢ່າງຍິ່ງ.

ເປັນທີ່ໜ້າເສຍດາຍທີ່ມິມີ່ຍັງບໍທັນໄດ້ມີໂອກາດສະຫຼອງອາຍຸຄົບຮອບ 29 ປີ ເຊິ່ງຈະມາເຖິງໃນມື້ຕໍ່ໄປ ເພາະຕ້ອງມາດ່ວນຈາກພວກເຮົາໄປເສຍກ່ອນ.
ພວກເຮົາທຸກໆຄົນ ຈະຈົດຈໍາສາວມິມີ່ໃນແບບຂອງນັກສູ້ຜູ້ມີຈິດໃຈກ້າຫານ, ຄົນມອງໂລກໃນແງ່ດີ ແລະ ໝູ່ຜູ້ເປັນທີ່ເພິ່ງ ຕະຫຼອດໄປ.

ດ້ວຍຄວາມອາໄລຮັກ / With love and grief,
LPY 2016

ຂໍ້​ຄວາມ​ຈາກ

ແນວ​ໃດ​ກໍ​ເສຍ​ໃຈ​ນຳ​ໝູ່​ຄູ່ ແລະ ຄອຄອບຄົວເດີ້.