ນັກສຶກສາສາວເຊລຟີ່ພາດຕົກເຫວເລິກກວ່າ 2,000 ແມັດ.

ຖືໄດ້ວ່າເປັນຂ່າວທີ່ເຕືອນສະຕິຄົນທີ່ມັກຖ່າຍເຊລຟີ່ໃນທີ່ຫວາດສຽວໄດ້ເປັນຢ່າງດີ ເມື່ອເວັບໄຊຕ໌ຕ່າງປະເທດຢ່າງ ເວັບໄຊຕ໌ເວິລດ໌ອອຟບັຊ ລາຍງານເຫດໂສກນາດຕະກຳເຊລຟີ່ໃນກໍລະນີລ່າສຸດ ເຫດການເກິດຂຶ້ນທີ່ສະຖານທີ່ຊົມວິວເທີງຍອດພູ ຫົວຊານ ໃນປະເທດຈີນ ຜູ້ເຄາະຮ້າຍຄື ນັກສຶກສາມະຫາວິທະຍາໄລສາວ ລະບຸຊື່ວ່າ ເຕິງ ໄດ້ພາດຕົກໄປເຫວເລິກກວ່າ 2,000 ເເມັດ ເພາະການຖ່າຍຮູບເຊລຟີ່

ໂດຍລາຍງານວ່າ ເຕິງໄດ້ເດີນທາງໄປທ່ຽວສະຖານທີ່ດັງກ່າວ ແລະ ໄດ້ຖ່າຍຮູບອັບໂຫລດລົງໂຊຊ່ຽວ ແລະ ສົ່ງໃຫ້ໝູ່ເບີ່ງຈຳນວນຫຼາຍ ຈົນເຖິງຕອນກ່ອນເກີດເຫດ ເຕິງອອກໄປຖ່າຍເຊລຟີ່ທີ່ບໍລິເວນຮີມຜາ ເພື່ອໃຫ້ໄດ້ມູມພາບທີ່ສວຍງາມ ກ່ອນຈະເສຍຫລັກຕົກລົງໄປດ້ານລຸ່ມ ແຕ່ຂະນະນັ້ນບໍ່ມີໃຜຮູ້ ຈົນກະທັງຊ່ວງບ່າຍ ໝູ່ຂອງເຕິງເກີດເປັນຫ່ວງ ເນື່ອງຈາກບໍ່ເຫັນໝູ່ ສ່ວນທາງຄອບຄົວ ແລະ ທາງມະຫາວິທະຍາໄລບໍ່ມີໃຜຕິດຕໍ່ລາວໄດ້ເຊັ່ນກັນ ຈຶງໄດ້ປະສານໄປຍັງທາງເຈົ້າຫນ້າທີ່ໃຫ້ຊ່ວຍອອກຄົ້ນຫາ ແລະ ທຸກຄົນກໍ່ໄດ້ຮູ້ຄວາມຈິງ ເມື່ອທາງເຈົ້າຫນ້າທີ່ກວດສອບກ້ອງວົງຈອນປິດ ພົບວ່າ ເຕິງພັດຕົກຫນ້າຜາໄປແລ້ວ

ເຈົ້າຫນ້າທີ່ເຜີຍລາຍລະອຽດວ່າ ເຕິງອອກໄປຢືນຢູ່ໃນຈຸດສ່ຽງ ລາວເພີດເພີນກັບການເຊລຟີ່ຈົນລືມລະວັງ ໂດຍລາວຢຽບກ້ອນຫີນທີ່ບໍ່ໝັ້ນ ເຮັດໃຫ້ລາວຫງາຍຫລັງຕົກລົງໄປຈາກເທິງຍອດພູ ນອກຈາກນີ້ຍັງ ລາຍງານຕື່ມວ່າ ຮົ້ວກັ້ນຢູ່ໃນບໍລິເວນດັງກ່າວມີຂະໜາດເຕ້ຍພຽງແຕ່ຊ່ວງຂາເທົ່ານັ້ນ ທາງຜູ້ດູແລສະຖານທີ່ກໍ່ຍິນດີຈ່າຍເງິນຊົດເຊີຍໃຫ້ທາງຄອບຄົວ 40,000 ຢວນ (ປະມານ 50,000,000 ກີບ) ພ້ອມທັງກ່າວສະແດງຄວາມເສຍໃຈຕໍ່ການສູນເສີຍໃນຄັ້ງນີ້.