ຍ້ອນຄວາມຫຶງຫ່ວງເປັນເຫດໃຫ້ຄາດຕະກໍາ 3 ສົບຢູ່ບ້ານທ່າດ່ານ ເມືອງສຸຂຸມາ ແຂວງຈໍາປາສັກ

ຕາມຂ່າວວຽງຈັນທາຍ ລາຍງານໃຫ້ຮູ້ວ່າ ກອງບັນຊາການ ປກສ ເມືອງສຸຂຸມາ ແຂວງຈໍາປາສັກ ແຈ້ງໃຫ້ຮູ້ວ່າ: ເຈົ້າໜ້າທີ່ ປກສ ເມືອງສຸຂຸມາ ສາມາດຈັບໄດ້ແລ້ວຜູ້ຄາດຕະກໍາ 3 ສົບ ຢູ່ ບ້ານທ່າດ່ານ ເມືອງສຸຂຸມາ ແຂວງຈໍາປາສັກ, ເຫດເກີດ ເມື່ອວັນທີ 3 ຕຸລາທີ່ຜ່ານມາ ເວລາ 10 ໂມງ 00 ຊຶ່ງ ທັງ 3 ສົບເປັນເພດຊາຍ ຖືກປາດຄໍ ແລະ ອີກຜູ້ໝຶ່ງຖືກຕັດອະໄວຍະວະເພດ.

ຫົວໜ້າກອງບັນຊາການ ປກສ ເມືອງສຸຂຸມາ ແຂວງຈໍາປາສັກ, ທ່ານ ພັນໂທ ນົງຄານ ວົງພານິດ ໄດ້ກ່າວຕໍ່ທີມງານວຽງຈັນທາຍ ມື້ເຊົ້ານີ້ວັນທີ 5 ຕຸລາ 2020 ວ່າ: ສາມາດຈັບຄົນຮ້າຍທີ່ຄາດຕະກໍາ 3 ສົບຢູ່ບ້ານທ່າດ່ານ ຕັ້ງແຕ່ມື້ເກີດເຫດຄືວັນທີ 3 ຕຸລາທີ່ຜ່ານມາ ຊື່ ທ້າວໃໝ່ (ເປັນກະເທີຍ) ປະຊາຊົນ ບ້ານໃໝ່ວັງໝາກແຊ່ວ ຢູ່ເມືອງສຸຂຸມາ ແລະ ທ້າວໃໝ່ໄດ້ຊັກທອດວ່າມີຜູ້ຮ່ວມຂະບວນການອີກ 2 ຄົນ ຄື: ທ້າວຈ່ອຍ ປະຊາຊົນ ບ້ານໃໝ່ວັງໝາກແຊ່ວ ແລະ ທ້າວນ້ອຍ ປະຊາຊົນ ບ້ານປຸງແກ້ວ.

ຫຼັງຈາກທີ່ສືບສວນ-ສອບສວນພົບວ່າມີແຕ່ທ້າວໃໝ່ ທີ່ຍອມຮັບສາລະພາບວ່າເປັນຜູ້ຂ້າທັງ 3 ສົບ, ສ່ວນອີກສອງຄົນທີ່ຖືກທ້າວໃໝ່ຊັກທອດຍັງໃຫ້ການປະຕິເສດ ແຕ່ຍັງຖືກກັກຕົວໄວ້ສອບສວນລະອຽດອີກເທື່ອໜຶ່ງ.ທ່ານ ພັນໂທ ນົງຄານ ໄດ້ກ່າວຕື່ມວ່າ: ເຫດຄາດຕະກໍາດັ່ງກ່າວເກີດຈາກການຫຶງຫວງ ກ່ອນເກີດເຫດ ທ້າວຫົງທອງ (ຜູ້ຕາຍ) ໄດ້ແຕ່ງງານກັບທ້າວໃໝ່ (ຜູ້ກໍ່ເຫດຄາດຕະກໍາ) ຊຶ່ງເປັນກະເທີຍ ຢູ່ກິນນໍາກັນ ແລະ ປຸກເຮືອນຢູ່ນໍາກັນມາໄດ້ຫຼາຍປີແລ້ວ ແລະ ໄດ້ຢ່າຮ້າງກັນ, ຊຶ່ງຕໍ່ມາ ທ້າວຫົງທອງ ໄດ້ໄປຮັກມັກກັບທ້າວ ໄພວັນ (ຜູ້ຕາຍອີກຄົນໜຶ່ງ) ຊຶ່ງເປັນກະເທີຍເຊັ່ນກັນ

ຍ້ອນແນວນັ້ນ ທ້າວໃໝ່ຈຶ່ງມີການຫຶງຫວງ ຫຼື ຄຽດແຄ້ນຈຶ່ງນໍາມາສູ່ເຫດຄາດຕະກໍາ 3 ສົບດັ່ງກ່າວ, ສ່ວນຄະດີນັ້ນ ທາງເຈົ້າໜ້າທີ່ກໍາລັງລວບລວມຫຼັກຖານ ແລະ ຈະມີການສືບສວນລະອຽດອີກຄັ້ງໜຶ່ງ.3 ສົບທີ່ຕາຍປະກອບມີທ້າວຫົງທອງ (ຜົວເກົ່າທ້າວໃໝ່) ທ້າວໄພວັນ ປະຊາຊົນ ບ້ານສາມຂາ (ກະເທີຍທີ່ທ້າວຫົງທອງຄົບຫາໃໝ່) ແລະ ທ້າວເຕັ້ນ (ເປັນເດັກນ້ອຍ ຫຼານຂອງທ້າວຫົງທອງ) ຊຶ່ງ 3 ສົບດັ່ງກ່າວໄດ້ເຮັດພິທີທາງສາດສະໜາເປັນທີ່ຮຽບຮ້ອຍແລ້ວ.