ສ.ອາເມລິກາ ປັບໃໝ ທະນາຄານ ອິດສະຣາແອນ ເກືອບ 900 ລ້ານໂດລາ
ຕາມຂ່າວສານຫວຽດນາມ, ວັນທີ 2 ເດືອນພຶດສະພາ, ສ. ອາເມລິກາ ໄດ້ປັບໃໝ ທະນາຄານ Hapoalim ຂະໜາດໃຫຍ່ສຸດ ຂອງ ອິດສະຣາແອນ ເກືອບ 875 ລ້ານໂດລາ ເນື່ອງຈາກ ບໍ່ລາຍງານ ຊັບສິນ ມູນຄ່າ 7,6 ຕື້ໂດລາ ໃນບັນດາ ບ້ວງເງິນ ຢູ່ສະວິດ ແລະ ອິດສະຣາແອນ. ນິ້ຖືເປັນ ໜຶ່ງໃນ ບັນດາ ການປັບໃໝ ຂະໜາດໃຫຍ່ສຸດ ທ່ີນຳໃຊ້ ໃນການ ກວດກາ ໜີພາສີ ເປັນເວລາ ດົນນານ ຂອງ ສ.ອາເມລິກາ ເຂົ້າໃນລະບົບ ທະນາຄານ ສະວິດ. Hapoalim ໄດ້ຖືກ ກະຊວງ ຍຸດຕິທຳຂອງສ.ອາເມລິກາ (DoJ) ປັບໃໝ ເພີ່ມຕື່ມ 30 ລ້ານໂດລາ ຍ້ອນໃຫ້ເງິນສິນບົນ ທ່ີພົວພັນເຖິງ ການສໍ້ລາດບັງຫລວງ ຢູ່ສະຫະພັນບານເຕະໂລກ (FIFA) ເຊິ່ງມີ ສຳນັກງານ ຕັ້ງຢູ່ Zurich, ປະເທດສະວິດ. ຖະແຫລງການ ສະເພາະ ປະກາດວ່າ Hapoalim ໄດ້ຍອມຮັບວ່າ ໄດ້ຟອກເງິນຫລາຍກວ່າ 20 ລ້ານໂດລາ ເພື່ອເອົາເງິນສິນບົນ ໃຫ້ບັນດາເຈົ້າໜ້າ ບານເຕະ ແຖວໜ້າ ຂອງໂລກ. ສາຂາ ທະນາຄານນີ້ ຢູ່ປະເທດສະວິດ ໄດ້ເຂົ້າຮ່ວມ ໃນແຜນການ ດັ່ງກ່າວ ນັບແຕ່ເດືອນ 12/2010 ເຖິງ ເດືອນ 2/2015. ບັນດາ ກຸ່ມເປົ້າໝາຍ ຕ້ອງໄດ້ ສົ່ງເງິນສີນບົນ ຄືນໝົດ ໂດຍຍປະກອບມີ ບໍລິສັດ ທ່ີມີ ສ່ວນຮ່ວມ ກັບ ກິລາ ເພື່ອຈັດແຈງ ມອບສິດ ໃນການ ໃຫ້ລາງວັນ ແກ່ທີມເຕະບານໂລກ FIFA World Cup.