ຮູ້ໄວ 5 ສິ່ງທີ່ທ່ານອາດບໍ່ເຄີຍຮູ້ກ່ຽວກັບລູກອັນທະ

ລູກອັນທະມີໜ້າທີ່ສ້າງຮໍໂມນເພດຊາຍ ຫຼື ທີ່ເອີ້ນວ່າ ເທສໂທສເທີໂຣນ ແລະ ຜະລິດອະສຸຈິ ຫຼື ເຊລສືບພັນ ແຕ່ຫຼາຍຄົນອາດຈະຍັງບໍ່ຮູ້ກ່ຽວກັບລູກອັນທະ ວັນນີ້ພວກເຮົາເລີຍມີຄວາມຮູ້ກ່ຽວກັບລູກອັນທະ ມາຝາກກັນ

1.ມີຂະໜາດໃຫຍ່ຍິ່ງດີ

ຂະໜາດຂອງລູກອັນທະທີ່ສົມບູນຕ້ອງມີຂະໜາດເທົ່າກັບລູກໝາກໝັ້ນ ເພາະຈະສາມາດຜະລິດອະສຸຈິທີ່ມີປະສິດທິພາບໄດ້ຫຼາຍ

2.ບໍ່ສະເໝີກັນ

ໃນ 85 % ຂອງຜູ້ຊາຍລູກອັນທະຂ້າງຊ້າຍຈະຢູ່ຕ່ຳກວ່າຂ້າງຂວາ

3.ຄວາມຮູ້ສຶກຈາກການສຳພັດ

ຖ້າລູກອັນທະຂອງຜູ້ຊາຍຖືກກະຕຸ້ນດ້ວຍເລັບມື ຫຼື ຝາມືເບົາໆ ໃນເວລາທີ່ກຳລັງຫຼິ້ນເກມຮັກຢ່າງຮ້ອນແຮງກັບຄູ່ຮັກ ຜູ້ຊາຍຈະຮູ້ສຶກຕື່ນເຕັ້ນ ແລະ ຈະມີຄວາມຮູ້ສຶກຕ້ອງການເລື່ອງນັ້ນຫຼາຍຂຶ້ນ

4.ຄວາມອ່ອນໂຍນຄືສິ່ງຈຳເປັນ

ໃນເວລາທີ່ທ່ານກຳລັງມີເພດສຳພັນ ພະຍາຍາມຢ່າໃຫ້ເລັບມືໄປຂູ້ດບໍລິເວນລູກອັນທະ ຫຼື ຫລົງໄປບີບລູກອັນທະແຮງເດັດຂາດ ເພາະຈະເຮັດໃຫ້ການມີເຊັກສ໌ຂອງທ່ານບໍ່ສົມບູນແບບ

5.ກະຊັບ

ເມື່ອທ່ານເຮັດກິດຈະກຳຈົນເຖິງຈຸດສຸດຍອດແລ້ວ ລູກອັນທະຂອງທ່ານຈະກະຊັບເຕັ່ງຕຶງຂຶ້ນ