ຂ່າວດ່ວນ! ໂດໂນທຣັມ ພ້ອມພັນລະຍາ ຕິດໂຄວິດ-19

ທ່ານ ໂດໂນ ທຣັມ ຜູ້ນຳສະຫະລັດອາເມຣີກາ ໄດ້ໂພສຜ່ານທະວິດເຕິສ່ວນໂຕ ລະບຸວ່າ: ຕົນເອງ ແລະ ພັນລະຍາ ໄດ້ຮັບຜົນກວດເຊື້ອພະຍາດໂຄວິດ-19 ເປັນບວກ ແລະ ຈະເລີ່ມກັກຕົວຢູ່ເຮືອນ ພ້ອມຮັກສາຕົນເອງ

ໄດ້ຮັບການຢັ້ງຢືນວ່າຕິດເຊື້ອໂຄວິດ-19 ໃນມື້ນີ້ (2 ຕຸລາ 2020 ຕາມເວລາປະເທດລາວ) ແລະ ຕ້ອງໄດ້ຈຳກັດບໍລິເວນດ່ວນທ່ານໄດ້ໂພສຂໍ້ຄວາມຢັ້ງຢືນຜ່ານທາງທະວິດເຕີສ່ວນຕົວລະບຸວ່າຕົນເອງ ແລະ ເມລາເນຍ ທຣຳ ສະຕີໝາຍເລກໜຶ່ງຕິດເຊື້ອໄວຣັດໂຄໂຣນາສາຍພັນໃໝ່ 2019 ພ້ອມທັງກຽມຈຳກັດບໍລິເວນ ແລະ ຕິດຕາມອາການທັນທີ.

ປັດຈຸບັນ ສະຫະລັດມີຜູ້ຕິດເຊື້ອສະສົມຢູ່ທີ່ 7.2 ລ້ານຄົນ ແລະ ເສຍຊີວິດຢ່າງໜ້ອຍ 200,000 ຄົນ.