ຊົມເຊີຍ !!! ສະຫະລັດອາເມລິກາ ມອບລົດແພດພາກສະໜາມໃຫ້ກະຊວງປ້ອງກັນປະເທດ ສປປ ລາວ

ໃນວັນທີ 1 ຕຸລາ, ຢູ່ທີ່ກະຊວງປ້ອງກັນປະເທດ, ທ່ານ ປອ ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ຕາງຫນ້າ ມອບລົດແພດພາກສະໜາມ (FordEverest) ຈໍານວນ 9 ຄັນ ໃຫ້ແກ່ ກະຊວງປ້ອງກັນປະເທດ ເຊິ່ງຕາງໜ້າຮັບໂດຍ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.

ສະຫະລັດອາເມລິກາ ໄດ້ສະໜອງລົດແພດ ໂດຍຜ່ານໂຄງການຈັດຫາເງິນທຶນໃຫ້ ກອງທັບຕ່າງປະເທດ. ນີ້ເປັນການຊ່ວຍເຫຼືອລ້າຄັ້ງທຳອິດ ທີ່ກະຊວງປ້ອງກັນປະເທດຂອງສະຫະລັດອາເມລິກາ ມອບໃຫ້ແກ່ກະຊວງປ້ອງກັນປະເທດ ສປປ ລາວ.

ລົດແພດພາກສະໜາມ ພ້ອມດ້ວຍອຸປະກອນຄົບຊຸດ ແລະ ການຝຶກອົບຮົມທີ່ກ່ຽວຂ້ອງ ມີມູນຄ່າຫລາຍກວ່າ 600,000 ໂດລ່າ, ຊຶ່ງຈະໄດ້ຊ່ວຍເຫລືອທະຫານຂອງກອງທັບປະຊາຊົນລາວ ໃນເວລາປະຕິບັດຫນ້າທີ່ຊ່ວຍເຫລືອສຸກເສີນທາງດ້ານການແພດ ແລະການຂົນສົ່ງບຸກຄະລາກອນທີ່ໄດ້ຮັບບາດເຈັບ, ແລະ ຍັງເປັນການປັບປຸງຍົກລະດັບ ຄວາມສາມາດຂອງບັນດາເຈົ້າຫນ້າທີ່ໃນການຮັບມືກັບໄພພິບັດທີ່ອາດຈະເກີດຂື້ນ ຢູ່ໃນເຂດທີ່ຫ່າງໄກສອກຫລີກຂອງ ສປປ ລາວ.

ທ່ານ ເອກອັກຄະລັດຖະທູດເຮມ໋ອນໄດ້ກ່າວວ່າ: ກອງທັບສອງປະເທດຂອງພວກເຮົາໄດ້ປະຕິບັດງານຮ່ວມກັນ ເພື່ອຄົ້ນຄວ້າຊອກຫາອຸປະກອນທີ່ຈຳເປັນເພີ່ມເຕີມ ສຳລັບການຊ່ວຍເຫລືອທາງດ້ານການແພດແລະການຊ່ວຍເຫລືອດ້ານມະນຸດສະທຳ ແລະ ການປະຕິບັດການຮັບມືກັບໄພພິບັດ ຂອງກອງທັບປະຊາຊົນລາວ. ຈາກຜົນຂອງການປະຕິບັດງານຮ່ວມກັນໄດ້ນໍາພວກເຮົາມາເຖິງຈຸດນີ້. ພວກເຮົາມີຄວາມພາກພູມໃຈທີ່ບັນດາພາຫະນະນີ້ຈະໄດ້ຊ່ວຍເຫລືອກອງທັບປະຊາຊົນລາວໃນການຮັບມືກັບໄພພິບັດໃນຕໍ່ໜ້າ ບໍ່ວ່າຈະເປັນໄພພິບັດຮູບແບບໃດກໍຕາມ, ແລະ ຍັງເປັນການຊ່ວຍເຫລືອປະຊາຊົນລາວນຳອິກ.

ການໃຫ້ຄວາມຊ່ວຍເຫລືອນີ້ແມ່ນຜົນມາຈາກການປຶກສາຫາລືໃນກອງປະຊຸມດ້ານວຽກງານປ້ອງກັນຊາດຂອງທະຫານສອງຝ່າຍລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ, ຊຶ່ງເປັນສ່ວນໜຶ່ງຂອງການຮ່ວມມືແບບກວມລວມ ລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ. ການປຶກສາຫາລືຄັ້ງຫລ້າສຸດແມ່ນໄດ້ສຸມໃສ່ການຮ່ວມມືທາງດ້ານການປົກປັກຮັກສາສຸຂະພາບຂອງປະຊາຊົນ ແລະ ການເພີ່ມການຮ່ວມມືທາງດ້ານວຽກງານເສນາຮັກ, ຕະຫລອດເຖິງການປະຕິບັດການຮ່ວມກັນລະຫວ່າງທະຫານແລະພົນລະເຮືອນ ແລະ ການບັນເທົາທຸກໄພພິບັດ.

ລົດແພດ Ford Everest ທີ່ມີຄຸນນະພາບສູງນີ້ຈະໄດ້ຕອບສະໜອງບັນດາເປົ້າໝາຍເຊິ່ງ ສະຫະລັດອາເມລິກາ ໄດ້ເຮັດວຽກຮ່ວມກັນກັບລັດຖະບານແລະປະຊາຊົນລາວ ເພື່ອຊ່ວຍໃຫ້ບັນລຸເປົ້າໝາຍຮ່ວມກັນຂອງພວກເຮົາຄືການເຮັດໃຫ້ ສປປ ລາວ ມີຄວາມເຂັ້ມແຂງ ແລະ ມີຄວາມຜາສຸກຍິ່ງໆຂື້ນ