ຜູ້ປ່ວຍໂຄວິດຢູ່ຫຼວງພະບາງອອກໂຮງໝໍໝົດແລ້ວ, ທົ່ວປະເທດບໍ່ຕິດເຊື້ອເພີ່ມ

ນັບເປັນມື້ທີ 17 ຕິດຕໍ່ກັນທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່, ມື້ນີ້ມີຂ່າວດີອີກເດັ້ງຄືຜູ້ປ່ວຍທີ່ນອນຮັກສາຕົວຢູ່ໂຮງໝໍແຂວງຫຼວງພະບາງໄດ້ກັບສູ່ອ້ອມກອດຄອບຄົວແລ້ວລວມເປັນ 8 ຄົນ ໝາຍຄວາມວ່າຢູ່ໂຮງໝໍຍັງພຽງ 11 ກໍລະນີໃນຂະນະນີ້.

ຕາມການຖະແຫຼງຂ່າວໃນວັນທີ 29 ເມສາ 2020 ທີ່ກະຊວງສາທາລະນະສຸກຂອງ ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ: ໃນວັນທີ 28 ເມສາຜ່ານມາ ແພດໝໍໄດ້ເກັບຕົວຢ່າງມາກວດທັງໝົດ 33 ຄົນ ເຊິ່ງທັງໝົດແມ່ນບໍ່ພົບຜູ້ຕິດເຊື້ອຖືເປັນມື້ທີ 17 ຕິດຕໍ່ກັນທີ່ລາວເຮົາບໍ່ມີຜູ້ຕິດເຊື້ອໃໝ່.


ນອກນີ້, ຍັງໄດ້ມີກໍລະນີປິ່ນປົວຜູ້ຕິດເຊື້ອຫາຍດີ ແລະ ອອກໂຮງໝໍ, ໄດ້ເພີ່ມອີກ 1 ຄົນ ຢູ່ແຂວງຫຼວງພະບາງໃນວັນທີ 29 ເມສານີ້ເອງ ນະເວລານີ້ຢູ່ແຂວງຫຼວງພະບາງ ຜູ້ຕິດເຊື້ອເຊື້ອພະຍາດໂຄວິດ-19 ທັງ 3 ຄົນ ແມ່ນປິ່ນປົວຫາຍດີ ແລະ ອອກໂຮງໝໍໄປຕິດຕາມອາການຢູ່ເຮືອນ 14 ວັນ ຖ້າບໍ່ມີອາການແຊກຊ້ອນຫຍັງກໍ່ສາມາດອອກໃຊ້ຊີວິດຕາມປົກກະຕິໄດ້.

ມາຮອດປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວທັງໝົດ 8 ຄົນຄື ຢູ່ແຂວງຫຼວງພະບາງ 3 ຄົນ ແລະ ນະຄອນຫຼວງວຽງຈັນ 5 ຄົນ ແລະ ຍັງອີກ 11 ຄົນ ທີ່ກຳລັງປິ່ນປົວຢູ່ໂຮງໝໍມິດຕະພາບ, ນະຄອນຫຼວງວຽງຈັນ ໂດຍຄົນເຈັບທັງ 11 ຄົນແມ່ນອາການຍັງຢູ່ຂັ້ນເບົາບາງ ແລະ ແພດໝໍໄດ້ປິ່ນປົວໃຫ້ກິນຢາຄົບຕາມກຳນົດແລ້ວ. ລໍຖ້າແຕ່ຕິດຕາມອາການ ແລະກວດຢືນຢັນໃໝ່.

ຂ່າວ laothai