ຕົ້ນຕໍ ແລະ ສາເຫດນໍ້າຖ້ວມຂັງ ຍ້ອນຮ່ອງລະບາຍນໍ້າຕັນເຕັມໄປດ້ວຍເສດຂີ້ເຫຍື້ອແບບນີ້

ວັນທີ 24-28 ກັນຍາ 2020 ຫ້ອງການ ຄຸ້ມຄອງ ແລະ ບໍລິຫານຕົວເມືອງ (ຄບຕ) ນະຄອນຫຼວງວຽງຈັນ ໄດ້ອະນາໄມລ່ວງຮ່ອງລະບາຍນຳ້ຖະໜົນສຸພານຸວົງແຕ່ຫນ້າໂຮງແຮມ ລາວເທລ (ເມີກ້ຽວ ເກົ່າ) ຫາ ຫນ້າຮ້ານຂາຍລົດຟອດ ເຊີ່ງມີຄວາມຍາວປະມານ 300 ແມັດ.

ວັນທີ 29 ກັນຍາ 2020 ຫ້ອງການ ຄບຕ ໄດ້ອະນາໄມລ່ວງຮ່ອງລະບາຍນຳ້ທາງເຂົ້າຫ້ອງການປົກຄອງເມືອງສີນາກ ແຕ່ໂຮງຮຽນ ວິຣິລາມົງແຕສໂຊຮີເຂົ້າໄປຫາຫ້ອງການປົກຄອງເມືອງ ເຊີ່ງມີຄວາມຍາວປະມານ 150 ແມັດ.

ເພື່ອແກ້ໄຂບັນຫານຳ້ຖ້ວມອັ່ງຂັງ ແລະ ຮັບປະກັນໃຫ້ນຳ້ໄຫຼສະດວກດີໃນເວລາຝົນຕົກ; ພ້ອມນີ້ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທີ່ອາໃສຢູ່ໃນນະຄອນຫລວງວຽງຈັນ ຈົ່ງເປັນເຈົ້າການຮ່ວມກັນໃນການຮັກສາຄວາມສະອາດ ໂດຍບໍຖີ້ມສີ່ງເສດເຫຼືອຕ່າງ2ຊະຊາຍ ແລະ ສີ່ງເສດເຫຼືອລົງຮ່ອງລະບາຍນຳ້.

.

.

.

.

.

.